ການຢຸດຢັ້ງໄພເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣຍັງຕ້ອງໃຊ້ເວລາຫຼາຍສົມຄວນ

2023-10-05 11:24:11 cri


ວັນທີ 4 ຕຸລານີ້ຕາມເວລາທ້ອງຖິ່ນ, ທ່ານລູອິສ ເດີ ກຸອິນໂດສ ຮອງຜູ້ວ່າການທະນາຄານກາງເອີຣົບໄດ້ກ່າວຢືນຢັນຢູ່ໄຊປຣັສວ່າ: ເຖິງວ່າໄພເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣໄດ້ຫຼຸດລົງຢ່າງຕໍ່ເນື່ອງກໍ່ຕາມ, ແຕ່ຍັງຈະຮັກສາຢູ່ໃນລະດັບອ່າວສູງເປັນເວລາຍາວນານສົມຄວນ, ດັ່ງນັ້ນ, ການຢຸດຢັ້ງໄພເງິນເຟີ້ຍັງຕ້ອງໃຊ້ເວລາຫຼາຍສົມຄວນ.

ທ່ານລູອິສ ເດີ ກຸອິນໂດສ ຕັກເຕືອນວ່າ: ຜົນກະທົບຈາກການຮັດກຸມນະໂຍບາຍເງິນຕາຂອງທະນາຄານກາງເອີຣົບຍັງເຊື່ອມຊຶມເຂົ້າໃນເສດຖະກິດຮູບປະທຳ, ການເຕີບໂຕຂອງຕະຫຼາດອະສັງຫາລິມະຊັບໄດ້ຊ້າລົງ, ແຕ່ເຂດໃຊ້ເງິນເອີໂຣຍັງບໍ່ໄດ້ຮັບຜົນກະທົບຈາກການເພີ່ມອັດຕາດອກເບ້ຍຢ່າງເຕັມທີ່, ຄາດວ່າຜົນກະທົບສ່ວນໃຫຍ່ທີ່ມີຕໍ່ເສດຖະກິດຮູບປະທຳຈາກນະໂຍບາຍເງິນຕາຮັດກຸມຈະສະແດງອອກມາພາຍໃນໄລຍະໜຶ່ງໃນຕໍ່ໜ້າ. ທ່ານລູອິສ ເດີ ກຸອິນໂດສ ກ່າວຢ້ຳວ່າ: ມາດຕະການຕໍ່ໄປຂອງທະນາຄານກາງເອີຣົບຈະຂຶ້ນກັບຕົວເລກຂໍ້ມູນເສດຖະກິດ. ອີງຕາມການຄາດຄະເນຂອງທະນາຄານກາງເອີຣົບ, ອັດຕາເງິນເຟີ້ຂອງເຂດໃຊ້ເງິນເອີໂຣໃນປີນີ້ຈະມີເຖິງ 5,6%, ປີ 2024 ຈະຫຼຸດລົງຮອດ 3,2% ແລະ ປີ 2025 ແມ່ນ 2,1%.