ແຕ່ຕົ້ນປີນີ້ມາຫຼາຍຂະແໜງການຂອງອາເມຣິກາຈັດການນັດຢຸດງານຢ່າງຂະໜາດໃຫຍ່ ເສດຖະກິດປະສົບຜົນກະທົບ

2023-10-05 14:53:04 CRI


ເນື່ອງຈາກໄພເງິນເຟີ້ໜັກໜ່ວງຂຶ້ນ, ຂາດແຄນແຮງງານ, ການແບ່ງປັນບໍ່ສະເໝີພາບກັນ ແລະ ບັນຫາອື່ນໆ, ແຕ່ຕົ້ນປີນີ້ມາ, ຢູ່ຫຼາຍຂະແໜງການ ເຊິ່ງລວມທັງຮູບເງົາໂທລະພາບ, ອຸດສາຫະກຳການຜະລິດ, ແລະການປິ່ນປົວຂອງອາເມຣິກາໄດ້ເກີດມີການນັດຢຸດງານຢ່າງຂະໜາດໃຫຍ່, ເຊິ່ງໄດ້ສ້າງຜົນກະທົບຕໍ່ເສດຖະກິດອາເມຣິກາ, ຍັງໄດ້ສ້າງຄວາມບໍ່ສະດວກໃຫ້ແກ່ປະຊາຊົນອາເມຣິກາອີກດ້ວຍ.

 

ຕາມສື່ມວນຊົນອາເມຣິກາແຈ້ງຂ່າວວ່າ, ນັບມາຮອດວັນທີ 23 ກັນຍາ 2023, ຢູ່ທົ່ວປະເທດອາເມຣິກາໄດ້ມີປະມານ 362.000 ຄົນເຂົ້າຮ່ວມການນັດຢຸດງານ, ໃນໄລຍະດຽວກັນຂອງສອງປີກ່ອນ, ຈຳນວນຜູ້ເຂົ້າຮ່ວມການນັດຢຸດງານມີພຽງປະມານ 36.000 ຄົນເທົ່ານັ້ນ.