ສະພາການຄ້າ ແລະ ການພັດທະນາສປຊຄາດວ່າປີນີ້ເສດຖະກິດໂລກຈະເຕີບໂຕ 2,4%

2023-10-05 11:23:44 CRI


 ວັນທີ 4 ຕຸລານີ້, ສະພາການຄ້າ ແລະ ການພັດທະນາອົງການສະຫະປະຊາຊາດໄດ້ເປີດເຜີຍບົດລາຍງານ, ໂດຍຄາດຄະເນວ່າ ປີ 2023 ຈັງຫວະການເຕີບໂຕຂອງເສດຖະກິດໂລກຈະຊ້າລົງເປັນ 2,4%.

 

ເນື້ອໃນ “ບົດລາຍງານການຄ້າ ແລະ ການພັດທະນາປີ 2023”ທີ່ສະພາການຄ້າ ແລະ ການພັດທະນາເປີດເຜີຍໃນມື້ດຽວກັນລະບຸວ່າ, ເຖິງວ່າກຸ່ມເສດຖະກິດຈຳນວນໜ້ອຍ ເຊັ່ນ: ບຣາຊິນ, ຈີນ ແລະ ອື່ນໆໄດ້ບັນລຸການເຕີບໂຕແບບສວນກະແສ, ແຕ່ເມື່ອທຽບໃສ່ປີ 2022, ການເຕີບໂຕຂອງເສດຖະກິດຢູ່ເຂດສ່ວນຫຼາຍໃນໂລກໄດ້ຊ້າລົງ. ເນື້ອໃນບົດລາຍງານລະບຸວ່າ, ເສດຖະກິດໂລກພວມຢູ່ “ທາງສີ່ແຍກ”, ຄວາມເຫັນທີ່ຂັດກັນກ່ຽວກັບຊ່ອງທາງການເຕີບໂຕ, ການເປີດກວ້າງຂອງຄວາມບໍ່ສະເໝີພາບ, ການຍົກສູງຂຶຶ້ນຂອງຄວາມລວມສູນດ້ານຕະຫຼາດ, ພາລະດ້ານໜີ້ສິນທີ່ໜັກຂຶ້ນ ແລະປັດໄຈອື່ນໆໄດ້ສ້າງເງົາມືດໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ.

 

ບົດລາຍງານດັ່ງກ່າວຍັງຮຽກຮ້ອງວ່າ, ຄວນປະຕິຮູບລະບົບການເງິນໂລກ, ເພີ່ມທະວີການຕິດຕາມຄຸ້ມຄອງຕະຫຼາດ, ສ້າງລະບົບການຄ້າໂລກທີ່ຍຸຕິທຳກວ່າເກົ່າ.