ຫຼາຍປະເທດສະມາຊິກສະຫະພາບເອີຣົບເພີ່ມທະວີການຄວບຄຸມຢູ່ຊາຍແດນ

2023-10-06 12:17:12 CRI

 

   ໃນເວລາຫຼາຍປີຜ່ານມາ, ບາງເຂດແຄວ້ນໃນເຂດຕາເວັນອອກກາງ ແລະ ອາຟຣິກາເໜືອໄດ້ມີການປະທະກັນຢ່າງບໍ່ຢຸດຢັ້ງ ແລະ ມີສະພາບການປັ່ນປ່ວນ, ເຮັດໃຫ້ປະຊາຊົນຈໍານວນຫຼາຍໂຕນໜີໄປເອີຣົບ. ເນື່ອງຈາກວ່າຈໍານວນຊາວອົບພະຍົບຢູ່ເອີຣົບໄດ້ເພີ່ມຂຶ້ນຢ່າງວ່ອງໄວອີກຮອບໃໝ່ໃນຫວ່າງມໍ່ໆມານີ້, ຫຼາຍປະເທດສະມາຊິກສະຫະພາບເອີຣົບໄດ້ເພີ່ມທະວີການຄວບຄຸມຢູ່ຊາຍແດນຂອງປະເທດໃຜລາວ, ສິ່ງນີ້ໄດ້ເຮັດໃຫ້ຊາວອົບພະຍົບເຄື່ອນຍ້າຍໄປຫາປະເທດອື່ນໆໃນເອີຣົບພ້ອມທັງໄດ້ສ້າງຄວາມກົດດັນຫຼາຍກວ່າເກົ່າຕື່ມອີກ.


   ອີງຕາມຂໍ້ມູນທີ່ອົງການວຽກງານຫຼົບໄພສະຫະພາບເອີຣົບເປີດເຜີຍໃນເດືອນກັນຍາປີນີ້, ໃນ 6 ເດືອນຕົ້ນປີ 2023, ສະຫະພາບເອີຣົບໄດ້ຮັບເອົາໃບຄໍາຮ້ອງສະແຫວງຫາການປົກປ້ອງຫຼາຍກວ່າ 500.000 ສະບັບ, ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ອົງການວຽກງານຫຼົບໄພສະຫະພາບເອີຣົບຢືນຢັນວ່າ: ອີງຕາມທ່າອ່ຽງໃນປັດຈຸບັນ, ເມື່ອຮອດທ້າຍປີ 2023, ຈໍານວນໃບຄໍາຮ້ອງສະແຫວງຫາການປົກປ້ອງອາດຈະຫຼາຍກວ່າ 1.000.000 ສະບັບ ເຊິ່ງເປັນຕົວເລກສູງສຸດນັບແຕ່ປີ 2016 ເປັນຕົ້ນມາ.