ຜູ້ຕາງໜ້າຈີນຊີ້ແຈງຄວາມເຫັນແລະຈຸດຢືນຂອງຈີນຕໍ່ສະພາບຄວາມໝັ້ນຄົງສາກົນກໍຄືບັນຫາການຫຼຸດກຳລັງອາວຸດນີວເຄລຍ

2023-10-06 12:08:04 cri

ວັນທີ5ຕຸລານີ້ ໃນເວລາເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງຄະນະກຳມະການຫຼຸດກຳລັງຮົບແລະຄວາມໝັ້ນຄົງສາກົນ(ຄະນະກຳມະການທີ1)ສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ78, ທ່ານຊຸ່ນສ້ຽວໂປ່ ຫົວໜ້າຄະນະຜູ້ແທນຈີນ, ຫົວໜ້າກົມຄວບຄຸມກຳລັງຮົບກະຊວງການຕ່າງປະເທດຈີນໄດ້ປະກອບຄຳເຫັນໂດຍຊີ້ແຈງຢ່າງຮອບດ້ານກ່ຽວກັບຄວາມເຫັນຂອງຈີນທີ່ມີຕໍ່ສະພາບຄວາມໝັ້ນຄົງສາກົນກໍຄືນະໂຍບາຍແລະຈຸດຢືນຂອງຈີນຕໍ່ບັນຫາຕ່າງໆເຊັ່ນ ຄວາມໝັ້ນຄົງທາງຍຸດທະສາດຂອງໂລກ, ການຫຼຸດກຳລັງອາວຸດນີວເຄລຍ,ການປ້ອງກັນການແຜ່ຜາຍອາວຸດແລະອື່ນໆ.

ທ່ານຊຸ່ນສ້ຽວໂປ່ກ່າວເນັ້ນໜັກວ່າ: ເມື່ອປະເຊີນກັບສະພາບການໃໝ່ແລະສິ່ງທ້າທາຍໃໝ່, ຝ່າຍຕ່າງໆຄວນຮ່ວມກັນປົກປັກຮັກສາຄວາມໝັ້ນຄົງທາງຍຸດທະສາດຂອງໂລກ,ຫຼຸດຄວາມສ່ຽງທາງຍຸດທະສາດ. ນະໂຍບາຍທີ່ບໍ່ນຳໃຊ້ອາວຸດນີວເຄລຍກ່ອນໝູ່ ຄວນໄດ້ຮັບການຈັດຕັ້ງປະຕິບັດໂດຍທົ່ວໄປ.ການຫຼຸດກຳລັງອາວຸດນີວເຄລຍຄວນສືບຕໍ່ເຄົາລົບປະຕິບັດຕາມຫຼັກການທີ່ຍຸຕິທຳ, ສົມເຫດສົມຜົນ, ຫຼຸດຜ່ອນເທື່ອລະກ້າວ, ກ້ຳເກິ່ງແບບຈຳນວນຫຼຸດລົງ, ກໍຄືຫຼັກການທີ່ປົກປັກຮັກສາຄວາມໝັ້ນຄົງທາງຍຸດທະສາດຂອງໂລກແລະຄວາມໝັ້ນຄົງຂອງບັນດາປະເທດຈະບໍ່ໄດ້ຮັບຜົນເສຍຫາຍ, ຊຸກຍູ້ການປະຕິບັດຢ່າງມີສະຕິ,ຕິດແທດຕົວຈິງແລະຄ່ອຍເປັນຄ່ອຍໄປ. ເດັດດ່ຽວປົກປ້ອງການຫຼຸດກຳລັງອາວຸດນີວເຄລຍແລະການບໍ່ແຜ່ຜາຍອາວຸດນີວເຄລຍໂດຍຖືສົນທິສັນຍາບໍ່ແຜ່ຜາຍອາວຸດນີວເຄລຍເປັນພື້ນຖານ, ຊຸກຍູ້ການປະຕິບັດ3ເປົ້າໝາຍໃຫຍ່ໃນສົນທິສັນຍາແບບກ້ຳເກິ່ງ. ປະສານງານດ້ານຄວາມໝັ້ນຄົງກັບການພັດທະນາ ໃຫ້ເປັນເອກະພາບກັນດີກວ່າເກົ່າ, ເພີ່ມທະວີການຄຸ້ມຄອງເຕັກນິກພັດທະນາໃໝ່ຕ່າງໆເປັນຕົ້ນແມ່ນ ເຄືອຂ່າຍອິນເຕີເນັດ, ອະວະກາດ, ປັນຍາປະດິດແລະອື່ນໆ. ປະຊາຄົມໂລກຄວນຄັດຄ້ານທັດສະນະລັດທິໃຊ້ໄດ້ເປັນປະໂຫຍດເຊັ່ນ: ຫາກມີປະໂຫຍດຈະນຳໃຊ້, ຫາກບໍ່ມີປະໂຫຍດຈະປະຖິ້ມ ແລະອື່ນໆ. ປົກປັກຮັກສາຄວາມສັກສິດແລະປະສິດທິຜົນຂອງກົນໄກຫຼຸດກຳລັງຮົບຫຼາຍຝ່າຍທີ່ມີຢູ່ໃນປັດຈຸບັນ.