ລາຍການໂທລະພາບ “ເຂົ້າສູ່ສະຫະປະຊາຊາດ” ຂອງ CMG ໄດ້ຮັບສຽງຕອບຮັບຢ່າງຟົດຟື້ນ

2023-10-06 12:12:58 CRI


   ຫວ່າງມໍ່ໆມານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ປະຈໍາອົງການສະຫະປະຊາຊາດໄດ້ນໍາສະເໜີລາຍການພິເສດເຊິ່ງເປັນລາຍການໂທລະພາບອອກອາກາດລາຍສັບປະດາທີ່ມີຫົວຂໍ້ “ເຂົ້າສູ່ສະຫະປະຊາຊາດ”. ໃນຖານະທີ່ເປັນລາຍການໂທລະພາບທີ່ສຸມໃສ່ລາຍງານຂ່າວກ່ຽວອົງການສະຫະປະຊາຊາດພຽງໜຶ່ງດຽວໃນໂລກ, ລາຍການ “ເຂົ້າສູ່ສະຫະປະຊາຊາດ” ໄດ້ສຸມໃສ່ວຽກງານຕ່າງໆຂອງອົງການສະຫະປະຊາຊາດ, ສົ່ງເສີມປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ແລະ ລັດທິຫຼາຍຝ່າຍ, ພ້ອມທັງສຸມໃສ່ສະໜອງສະຕິປັນຍາຂອງຈີນ, ແຜນການຂອງຈີນກໍຄືພະລັງແຮງຂອງຈີນເຂົ້າໃນການບໍລິຫານໂລກ.



   ການອອກອາກາດຂອງລາຍການ “ເຂົ້າສູ່ສະຫະປະຊາຊາດ” ໄດ້ຮັບຄວາມສົນໃຈຈາກຫ້ອງການເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ຫ້ອງການປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດໃນທັນທີ. ໃນໄລຍະໄຂກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78, ມີຜູ້ຮັບຜິດຊອບຂອງອົງການຈັດຕັ້ງທີ່ສັງກັດອົງການສະຫະປະຊາຊາດ, ປະມຸກລັດ ແລະ ຜູ້ຕາງໜ້າລັດຖະບານຫຼາຍທ່ານໄດ້ຕິດຕາມຮັບຊົມພ້ອມທັງຕີລາຄາສູງຕໍ່ການອອກອາກາດຂອງລາຍການດັ່ງກ່າວ.