ຊີຣີຈະຕອບໂຕ້ກຸ່ມກໍ່ການຮ້າຍທີ່ເຂົ້າຮ່ວການຫຼອມໂຈມຕີວິທະຍາໄລການທະຫານໂຮມສຢ່າງສຸດຂີດ

2023-10-06 14:37:06 cri


ກອງທັບລັດຖະບາຍຊີຣີອອກຖະແຫຼງການວ່າ: ຕອນບ່າຍວັນທີ 5 ຕຸລານີ້ຕາມເວລາທ້ອງຖິ່ນ, ພິທີຈົບການສຶກສານາຍທະຫານວິທະຍາໄລການທະຫານໂຮມສຊີຣີຖືກເຄື່ອງບິນບໍ່ມີຄົນຂັບໂຈມຕີດ້ວຍລະເບີດ, ເຮັດໃຫ້ປະຊາຊົນແລະນາຍທະຫານຫຼາຍຄົນເສຍຊີວິດ ເຊິ່ງລວມທັງແມ່ຍິງແລະເດັກນ້ອຍຂອງຄອບຄົວທີ່ຮັບການເຊື້ອເຊີນ.

ຖະແຫຼງການດັ່ງກ່າວລະບຸວ່າ: ກອງບັນຊາໃຫຍ່ຂອງກອງທັບລັດຖະບານຊີຣີຢືນຢັນວ່າ: ຕໍ່ກັບອົງກຸ່ມກໍ່ການຮ້າຍເຫຼົ່ານີ້, ບໍ່ວ່າຈະພົບເຫັນຢູ່ບ່ອນໃດ ກໍຈະຕອບໂຕ້ຄືນຢ່າງເດັດຂາດແລະສຸດຂີດ, ຜູ້ວາງແຜນແລະຜູ້ປະຕິບັດກໍ່ເຫດການກໍ່ການຮ້າຍຄັ້ງນີ້ຈະຕ້ອງຖືກສືບທາວຫາຄວາມຮັບຜິດຊອບແລະເສຍຄ່າຕອບແທນສູງເພື່ອເລື່ອງນີ້.

ຂ່າວຈາກສື່ມວນຊົນທ້ອງຖິ່ນຊີຣີລາຍງານວ່າ: ອີງຕາມຕົວເລກສະຖິຕິໃນເປື້ອງຕົ້ນ, ເຫດການດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 66 ຄົນ ແລະ ປະມານ 190 ຄົນໄດ້ຮັບບາດເຈັບ.