ຜູ້ອຳນວຍການໃຫຍ່ IMF ກ່າວວ່າ: ການປະຕິຮູບ IMF ຄວນສ່ອງແສງໃຫ້ເຫັນເຖິງການປ່ຽນແປງຂອງເສດຖະກິດໂລກໃຫ້ດີກວ່າເກົ່າ

2023-10-06 14:38:10 cri

ຫວ່າງມໍ່ໆມານີ້, ທ່ານນາງຄຣິສຕາລິນາ ເກໂອກິເອວາ ຜູ້ນຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ກ່າວວ່າ: IMF ຄວນປະຕິຮູບ ເພື່ອສ່ອງແສງໃຫ້ເຫັນເຖິງການປ່ຽນແປງຂອງເສດຖະກິດໂລກໃນ 10 ປີຜ່ານມາ.

ທ່ານນາງເກໂອກິເອວາ ໄດ້ໃຫ້ທັດສະນະດັ່ງກ່າວໃນເວລາໃຫ້ສຳພາດຕໍ່ “ໜັງສືພິມຟາຍແນນໂຊທາມສ໌” ອັງກິດ. ທ່ານນາງກ່າວວ່າ: IMF ຈຳເປັນຕ້ອງມີການປ່ຽນແປງຢ່າງບໍ່ຢຸດຢັ້ງ ເພື່ອສ່ອງແສງໃຫ້ເຫັນເຖິງການປ່ຽນແປງຂອງເສດຖະກິດໂລກ. ທ່ານນາງເຫັນໄປໃນແງ່ດີຕໍ່ການບັນລຸເປົ້າໝາຍການປະຕິຮູບສິດບ່ອນບັດຂອງ IMF.

ນອກນີ້, ທ່ານນາງເກໂອກິເອວາ ຍັງຮຽກຮ້ອງວ່າ: ພາຍໃຕ້ສະພາບການເຕີບໂຕຂອງເສດຖະກິດໂລກຂາດແຮງຂັບເຄື່ອນ, ສະມາຊິກຕ່າງໆຄວນສະໜອງຊັບພະຍາກອນຫຼາຍກວ່າເກົ່າໃຫ້ແກ່ IMF ເພື່ອຊ່ວຍເຫຼືອປະເທດທີ່ມີຄວາມຫຍຸ້ງຍາກ, ແນໃສ່ຫຼີກເວັ້ນຜົນຮ້າຍຢ້ອນຫຼັງທີ່ມີລັກສະນະຫາຍຍະນະ.