ທ່ານປູຕິນກ່າວວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ມີອະນາຄົດການພັດທະນາຢ່າງກວ້າງຂວາງ

2023-10-06 10:38:19 CRI


ວັນທີ 5 ຕຸລານີ້, ທ່ານວະລາຕີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວຢູ່ນະຄອນໂຊຊີ ທາງພາກໃຕ້ຂອງຣັດເຊຍວ່າ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ມີອະນາຄົດການພັດທະນາຢ່າງກວ້າງຂວາງ.


ວັນທີ 5 ຕຸລານີ້, ທ່ານປູຕິນໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງສະໂມສອນອະພິປາຍສາກົນວານໄດທີ່ເປັນຄັງປັນຍາຣັດເຊຍຢູ່ນະຄອນໂຊຊີ. ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານປູຕິນກ່າວວ່າ, ເສດຖະກິດຈີນຮັກສາການເຕີບໂຕ, ຈີນຍັງຄົງເປັນໜຶ່ງໃນຫົວຈັກສຳຄັນຂອງເສດຖະກິດໂລກ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ມີອະນາຄົດການພັດທະນາຢ່າງກວ້າງຂວາງ, ຣັດເຊຍ ແລະ ຈີນພວມຊຸກຍູ້ການຮ່ວມມືໃນການຈັດຕັ້ງປະຕິບັດການເຊື່ອມຕໍ່ສະຫະພັນເສດຖະກິດເອີຣົບ-ອາຊີ ແລະ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.