FPI ທົ່ວໂລກໃນເດືອນກັນຍາດຸນດ່ຽງກັນກັບເດືອນຜ່ານມາໂດຍພື້ນຖານ

2023-10-07 13:54:44 CRI

 

ຕາມຂໍ້ມູນທີ່ຖືກເປີດເຜີຍໃນວັນທີ 6 ຕຸລານີ້ໂດຍອົງການສະບຽງອາຫານແລະກະສິກຳຂອງອົງການສະຫະປະຊາຊາດວ່າ: ດັດຊະນີລາຄາສະບຽງອາຫານຫຼື FPI ທົ່ວໂລກເດືອນກັນຍາແມ່ນ 121,5, ເທົ່າທຽມກັນກັບເດືອນສິງຫາໂດຍພື້ນຖານ, ຫຼຸດລົງ 10,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

 

ຕາມຂໍ້ມູນໄດ້ສະແດງໃຫ້ເຫັນວ່າ: ໃນເດືອນກັນຍາ, ລາຄາສະບຽງອາຫານປະເພດຕ່າງໆໃນທົ່ວໂລກມີການເພີ່ມຂຶ້ນແລະຫຼຸດລົງ. ດັດຊະນີລາຄາຂອງນ້ຳມັນພືດໄດ້ຫຼຸດລົງ 3,9% ເມື່ອທຽບກັບເດືອນສິງຫາ, ລາຄາສາກົນຂອງນ້ຳມັນປາມ, ນ້ຳມັນຖົ່ວເຫຼືອງແລະນ້ຳມັນດອກອາງເວັນແລະນ້ຳມັນຜັກໄດ້ຫຼຸດລົງທັງໝົດ, ສາເຫດສ່ວນໜຶ່ງແມ່ນການເພີ່ມຂຶ້ນດ້ານປະລິມານການຜະລິດຕາມລະດູການແລະການສະໜອງໃນທົ່ວໂລກມີຄວາມພຽງພໍ. ລາຄາຜະລິດຕະພັນນົມຫຼຸດລົງ 2,3% ແລະລາຄາຊີ້ນຫຼຸດລົງ 1% ເມື່ອທຽບໃສ່ເດືອນຜ່ານມາ.