ກອງປະຊຸມສຸດຍອດຜູ້ນຳປະຊາຄົມດ້ານການເມືອງເອີຣົບໄຂຂຶ້ນຢູ່ແອສປາຍ

2023-10-07 13:55:37 CRI

 

ວັນທີ 5 ຫາວັນທີ 6 ຕຸລານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດຜູ້ນຳປະຊາຄົມດ້ານການເມືອງເອີຣົບໄດ້ໄຂຂຶ້ນຢູ່ນະຄອນກຣານາດາຂອງແອສປາຍ. ຜູ້ນຳຂອງ 47 ປະເທດໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ໃນນັ້ນລວມທັງຜູ້ນຳຂອງ 27 ປະເທດສະມາຊິກສະຫະພາບເອີຣົບແລະຜູ້ນຳຂອງ 20 ປະເທດອື່ນໆ, ທ່ານເຊເລັນສະກີ, ປະທານາທິບໍດີອູແກຣນກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້. ທ່ານເຣເຊບເຕຢິບ ເອີໂດກັນ  ປະທານາທິບໍດີດູຣາເຄຍແລະທ່ານຢີຮາມ ເຮດາ ອາລີເຢຟ  ປະທານາທິບໍດີອາແຊກໄບຊານທີ່ມີແຜນເຂົ້າຮ່ວມແຕ່ບໍ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

 

ກອງປະຊຸມສຸດຍອດຄັ້ງນີ້ມີຫົວຂໍ້ຕົ້ນຕໍລວມທັງການຂະຫຍາຍໄປສູ່ພາກຕາເວັນອອກທີ່ມີຄວາມເປັນໄປໄດ້ໃນອະນາຄົດ, ການເປິກສາຫາລືກ່ຽວກັບບັນຫາອົບພະຍົບ ແລະ ແຜນການການຊ່ວຍເຫຼືອທາງການທະຫານຕໍ່ອູແກຣນຕື່ມອີກຂອງສະຫະພາບເອີຣົບ. ຍ້ອນວ່າກອງປະຊຸມຜູ້ນຳຂອງສະຫະພາບເອີຣົບຄັັ້ງນີ້ແມ່ນການພົບປະເຈລະຈາແບບບໍ່ເປັນທາງການ, ໃນກອງປະຊຸມບໍ່ໄດ້ອະນຸມັດຂໍ້ຕົກລົງທີ່ສຳຄັນໃດໆກ່ຽວກັບການຂະຫຍາຍໄປສູ່ພາກຕາເວັນອອກຂອງສະຫະພາບເອີຣົບ ແລະ ການປົກປ້ອງຊາວອົບພະຍົບ.