ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບໂຮງຮຽນການທະຫານຮອມສຊີຣີຖືກໂຈມຕີດ້ວຍຍົນບໍ່ມີຄົນຂັບແບບສະຫຼະຊີບ

2023-10-08 12:01:02 CRI

    ວັນທີ 7 ຕຸລານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບໂຮງຮຽນການທະຫານຮອມສຊີຣີຖືກໂຈມຕີດ້ວຍຍົນບໍ່ມີຄົນຂັບແບບສະຫຼະຊີບ.


    ນັກຂ່າວຖາມວ່າ: ວັນທີ 5 ຕຸລານີ້, ຢູ່ໂຮງຮຽນການທະຫານຮອມສ໌ຊີຣີໄດ້ເກີດການໂຈມຕີດ້ວຍຍົນບໍ່ມີຄົນຂັບແບບສະຫຼະຊີບ, ຈົນຮອດປັດຈຸບັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ 80  ກວ່າຄົນ, 200 ກວ່າຄົນໄດ້ຮັບບາດເຈັບ. ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

 


     ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ຈີນເດັດດ່ຽວຄັດຄ້ານການກະທຳແບບກໍ່ການຮ້າຍດ້ວຍກຳລັງຮຸນແຮງທຸກຮູບການ,ກ່າວປະນາມຕໍ່ເຫດການໂຈມຕີ, ສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດໃນເຫດການ ແລະ ສະແດງຄວາມເສົ້າເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຜູ້ບາດເຈັບ.