ນາຍົກອິດສະຣາແອນກ່າວວ່າຈະສຸມກຳລັງການທະຫານທັງໝົດເພື່ອທຳລາຍກຸ່ມຮາມັສ

2023-10-08 11:58:46 cri

 

    ຕອນເດິກວັນທີ 8 ຕຸລານີ້, ທ່ານ ເບັນຈາມິນ ເນຕັນຢາຮູ ນາຍົກລັດຖະມົນຕີອິສຣາແອນໄດ້ອອກຖະແຫຼງການວ່າ, ກອງທັບອິດສະຣາແອນຈະສົ່ງກຳລັງການທະຫານທັງໝົດເພື່ອທຳລາຍຂະບວນການຕໍ່ຕ້ານອິດສະລາມິກ ຫຼື ຮາມັສ, ຖະແຫຼງການລະບຸຕື່ມວ່າ, ແນໃສ່ຜູ້ປະກອບອາວຸດຂອງກຸ່ມຮາມັສທີ່ຍັງເຄື່ອນໄຫວຢູ່ເຂດຊຸມຊົນທີ່ຊາຍແດນອິສຣາແອນ, ກອງທັບປ້ອງກັນປະເທດອິສຣາແອນພວມໄລ່ຈັບຕາມເຮືອນຕ່າງໆ.

    ສ່ວນຊາວອິສຣາແອນທີ່ຖືກຮາມັສຈັບເປັນຕົວປະກັນ, ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວວ່າ: ຮາມັສຕ້ອງມີຄວາມຮັບຜິດຊອບຕໍ່ຊີວິດຂອງຜູ້ທີ່ຖືກກັກໂຕ, ຫຼືບໍ່ດັ່ງນັ້ນ, ອິສຣາແອນຈະດໍາເນີນການແກ້ແຄ້ນ.