ທູຕານຸທູດຫຼາຍປະເທດປະຈຳເຄັນຢາຍ້ອງຍໍຊົມເຊີຍທາງລົດໄຟມອມບາຊາ-ໄນໂຣບີແມ່ນເສັ້ນທາງແຫ່ງຄວາມຈະເລີນທີ່ສ້າງຜົນປະໂຫຍດຕໍ່ປະເທດ ແລະ ປະຊາຊົນ

2023-10-08 15:34:48 cri

 


    ວັນທີ 6 ຕຸລານີ້, ໂດຍຕາມຄຳເຊີນຂອງອົງການທາງລົດໄຟແຫ່ງຊາດເຄັນຢາ, ທູຕານຸທູດຣັດເຊຍ, ອາຟຣີກາໃຕ້, ອີຣານ ແລະ ອາຣັບບີຊາອຸດິດເປັນຕົ້ນທີ່ປະຈຳເຄັນຢາ ໄດ້ຢ້ຽມຢາມສູນຄວບຄຸມທາງລົດໄຟມອມບາຊາ-ໄນໂຣບີ  ທັງໄດ້ຂີລົດໄຟອອກເດີນທາງຈາກນະຄອນຫຼວງໄນໂຣບີໄປຮອດນະຄອນມອມບາຊາ ເຊິ່ງເປັນຕົວເມືອງທ່າກຳປັ່ນ. ບັນດາທູຕານຸທູດກ່າວວ່າ: ໂຄງການຂີດໝາຍຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງຈີນ-ເຄັນຢາ ຄື: ເສັ້ນທາງລົດໄຟມອມບາຊາ-ໄນໂຣບີ ແມ່ນເສັ້ນທາງແຫ່ງຄວາມຈະເລີນ, ຫວັງວ່າຈະມີໂຄງການແບບນີ້ຫຼາຍກວ່າເກົ່າ ແລະ ນຳເອົາຜົນປະໂຫຍດໃຫ້ແກ່ບັນດາປະເທດ.

    ເສັ້ນທາງລົດໄຟມອມບາຊາ-ໄນໂຣບີແມ່ນເສັ້ນທາງລົດໄຟທັນສະໄໝທີ່ນຳໃຊ້ມາດຕະຖານຈີນ, ເຕັກນິກຈີນ ແລະ ກໍ່ສ້າງໂດຍເຄື່ອງຈັກ ແລະ ອຸປະກອນຈີນ, ໂດຍໄດ້ສ້າງວຽກເຮັດງານທຳໂດຍກົງ ແລະ ໂດຍອ້ອມຫຼາຍກວ່າ 74.000 ຕຳແໜ່ງ ແລະ ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກວິຊາການ ແລະ ການຄຸ້ມຄອງບໍລິຫານຈຳນວນ 2800 ກວ່າຄົນໃຫ້ແກ່ເຄັນຢາ. ອີງຕາມການຄາດຄະເນຂອງອົງການທາງລົດໄຟແຫ່ງຊາດເຄັນຢາ, ໂຄງການດັ່ງກ່າວຈະປະກອບສ່ວນ ຕໍ່ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງເຄັນຢາຫຼາຍກວ່າ 2%.