ທະຫານອິດສະຣາແອນສືບຕໍ່ໂຈມຕີເປົ້າໝາຍຮາມັສຢູ່ເຂດກາຊາທາງອາກາດ ຈຳນວນຜູ້ເສຍຊີວິດຂອງສອງຝ່າຍຫຼາຍກວ່າ 500 ຄົນ

2023-10-08 11:10:00 cri


ຕອນຄ່ຳວັນທີ 7 ຕຸລານີ້, ກະຊວງປ້ອງກັນປະເທດອິດສະຣາແອນອອກຖະແຫຼງການວ່າ ທະຫານອິດສະຣາແອນຍັງພວມໂຈມຕີເປົ້າໝາຍຮາມັສ ຢູ່ເຂດກາຊາທາງອາກາດ. ຖະແຫຼງການຍັງລະບຸວ່າ ທະຫານແລະປະຊາຊົນອິດສະຣາແອນຫຼາຍຄົນຖືກຜູ້ປະກອບອາວຸດຈັບ ເປັນຕົວປະກັນແລະນຳເຂົ້າເຂດກາຊາ.


ໜັງສືພິມ “ເຢຣູຊາເລັມພົສ” ສະບັບວັນທີ 8 ຕຸລານີ້ລາຍງານວ່າ ມີຊາວອິດສະຣາແອນ 300 ກວ່າຄົນ ໄດ້ເສຍຊີວິດ ໃນການປະທະກັນລະຫວ່າງປາເລັສຕິນກັບອິດສະຣາແອນຮອບນີ້, 1500 ຄົນໄດ້ຮັບບາດເຈັບເປັນຢ່າງໜ້ອຍ.


ນອກນີ້, ຕາມຂ່າວຈາກພາກສ່ວນສາທາລະນະສຸກປາເລັສຕິນ, ການຫຼອນໂຈມຕີທາງອາກາດຕໍ່ເຂດກາຊາ ຂອງທະຫານອິດສະຣາແອນໄດ້ ພາໃຫ້ປະຊາຊົນທ້ອງຖິ່ນ 232 ຄົນເສຍຊີວິດ, ປະມານ 1700 ຄົນບາດເຈັບ. ນອກນັ້ນ, ຢູ່ເມືອງຣາມານລາທີ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນແລະບ່ອນອື່ນໆ ມີປະຊາຊົນປາເລັສຕີນ 6 ຄົນຖືກທຳຮ້າຍຈົນເສຍຊີວິດໃນຂະນະທີ່ ປະທະ ກັບທະຫານອິດສະຣາແອນ.