ຕຸຍນີຊີປະຕິບັດນະໂຍບາຍຍົກເວັ້ນວີຊາເຂົ້າເມືອງໃຫ້ນັກທ່ອງທ່ຽວຈີນ

2023-10-09 10:40:07 cri

ຫວ່າງມໍ່ໆມານີ້, ລັດຖະບານຕຸຍນີຊີໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາເຂົ້າເມືອງໃຫ້ນັກທ່ອງທ່ຽວຈີນທີ່ໄປທ່ຽວຕຸຍນີຊີ.


ຕຸຍນີຊີເຄີຍປະຕິບັດນະໂຍບາຍຍົກເວັ້ນວີຊາເຂົ້າເມືອງໃຫ້ນັກທ່ອງທ່ຽວຈີນໃນປີ 2017 ເຊິ່ງເຮັດໃຫ້ຈຳນວນນັກທ່ອງທ່ຽວຈີນເພີ່ມຂຶ້ນປະມານ 40% ໃນປີຕໍ່ມາ. ພາຍຫຼັງເກີດການແພ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ລັດຖະບານຕຸຍນີຊີໄດ້ປັບນະໂຍບາຍເຂົ້າເມືອງທີ່ກ່ຽວຂ້ອງ. ປີ 2023, ຂະແໜງການທ່ອງທ່ຽວຂອງຕຸຍນີຊີໄດ້ຟື້ນຟູຄືນເປັນກ້າວໆ, ຈຳນວນນັກທ່ອງທ່ຽວເຂົ້າເມືອງ ແລະ ລາຍຮັບຈາກການທ່ອງທ່ຽວຂອງຕຸຍນີຊີໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ກ່ອນໜ້ານີ້, ເຈົ້າໜ້າທີ່ກະຊວງທ່ອງທ່ຽວຕຸຍນີຊີເຄີຍກ່າວວ່າ: ຕະຫຼາດຈີນມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຕໍ່ຂະແໜງການທ່ອງທ່ຽວຕຸຍນີຊີ, ຫວັງວ່າ, ຈະສາມາດດຶງດູດນັກທ່ອງທ່ຽວຈີນໄປທ່ຽວຕຸຍນີຊີໃຫ້ໄດ້ຫຼາຍກວ່າເກົ່າ.