ຈຳນວນຜູ້ເສຍຊີວິດຈາກການປະທະກັນລະຫວ່າງປາເລັສຕິນກັບອິສຣາແອນຮອບໃໝ່ມີຫຼາຍກວ່າ 1.100 ຄົນ

2023-10-09 10:37:32 cri

ໜັງສືພິມ “ອິສຣາແອນທາມສ໌” ສະບັບວັນທີ 8 ຕຸລານີ້ລາຍງານວ່າ, ຈາກການປະທະກັນລະຫວ່າງປາເລັສຕິນກັບອິສຣາແອນຮອບໃໝ່, ຈຳນວນຜູ້ເສຍຊີວິດຂອງອິສຣາແອນມີຫຼາຍກວ່າ 700 ຄົນ, ບາດເຈັບຢ່າງໜ້ອຍ 2.156 ຄົນ. ນອກນີ້, ສະຖານທູດອິສຣາແອນປະຈຳອາເມຣິກາລາຍງານວ່າ, ການປະທະກັນເທື່ອນີ້ໄດ້ເຮັດໃຫ້ຊາວອິສຣາແອນບາດເຈັບ 2.243 ຄົນ, ໃນນັ້ນມີ 300 ກວ່າຄົນບາດເຈັບສາຫັດ.

ອີງຕາມຕົວເລກຂໍ້ມູນທີ່ພາກສ່ວນສາທາລະນະສຸກປາເລັສຕິນເປີດເຜີຍໃນມື້ດຽວກັນສະແດງໃຫ້ເຫັນວ່າ: ການຫຼອນໂຈມຕີທາງອາກາດຕໍ່ເຂດກາຊາຂອງທະຫານອິສຣາແອນໄດ້ເຮັດໃຫ້ປະຊາຊົນປາເລັສຕິນເສຍຊີວິດ 413 ຄົນ, ໃນນັ້ນມີເດັກນ້ອຍ 78 ຄົນ ແລະ ແມ່ຍິງ 41 ຄົນ. ນອກນີ້, ການຫຼອນໂຈມຕີທາງອາກາດຍັງເຮັດໃຫ້ປະຊາຊົນປາເລັສຕິນບາດເຈັບ 2.300 ຄົນ.