ເກີດແຜ່ນດິນໄຫວຢູ່ອັຟການິດສະຖານເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 2.400 ຄົນ

2023-10-09 10:49:52 cri

ອີງຕາມສື່ມວນຊົນທ້ອງຖິ່ນອັຟການິດສະຖານລາຍງານໃນວັນທີ 8 ຕຸລານີ້ວ່າ: ທ່ານຈານານ ໄຊເອັກ ໂຄສົກກະຊວງຄຸ້ມຄອງໄພພິບັດທຳມະຊາດລັດຖະບານຊົ່ວຄາວອັຟການິດສະຖານຢືນຢັນວ່າ: ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ແຂວງເຮຣັດ ທາງພາກຕາເວັນຕົກສຽງເໜືອຂອງອັຟການິດສະຖານເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 2.400 ຄົນ ແລະ ບາດເຈັບ 2.000 ຄົນ.

ທ່ານຈານານ ໄຊເອັກຍັງແຈ້ງໃຫ້ຮູ້ວ່າ: ຈຳນວນຜູ້ບາດເຈັບມີຫຼາຍກວ່າ 9.000 ຄົນທີ່ເປີດເຜີຍໃນງານຖະແຫຼງຂ່າວທີ່ຈັດຂຶ້ນກ່ອນໜ້ານີ້ເປັນຂໍ້ມູນທີ່ຜິດພາດ.

ອີງຕາມການວັດແທກຈາກສູນເຄືອຂ່າຍແຜ່ນດິນໄຫວແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ໃນວັນທີ 7 ຕຸລານີ້, ຢູ່ພາກຕາເວັນຕົກສຽງເໜືອຂອງອັຟການິດສະຖານໄດ້ເກີດແຜ່ນດິນໄຫວຂັ້ນ 6,2 ລິກເຕີສອງຄັ້ງ, ຈຸດໃຈກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນລ້ວນແຕ່ແມ່ນ 10 ກິໂລແມັດ.