ປະຊາຊົນຝຣັ່ງຫຼາຍພັນຄົນໂຮມຊຸມນຸມທວງໃຫ້ຖອນອອກຈາກສະຫະພາບເອີຣົບ ແລະ ນາໂຕ

2023-10-09 10:40:53 cri

ຫວ່າງມໍ່ໆມານີ້, ປະຊາຊົນຝຣັ່ງຫຼາຍພັນຄົນໄດ້ໂຮມຊຸມນຸມຢູ່ນະຄອນຫຼວງປາຣີ ເພື່ອທວງໃຫ້ຝຣັ່ງຖອນອອກຈາກສະຫະພາບເອີຣົບ ແລະ ນາໂຕ.


ງານໂຮມຊຸມນຸມຄັ້ງນີ້ໄດ້ເຕົ້າໂຮມຜູ້ປະທ້ວງເປັນຈຳນວນຫຼວງຫຼາຍ, ເຂົາເຈົ້າໄດ້ຊູປ້າຍຄຳຂວັນ ແລະ ຮ້ອງຄຳຂວັນໄປພ້ອມ ເຊິ່ງໄດ້ສະແດງຄວາມບໍ່ພໍໃຈ ແລະ ຄັດຄ້ານລັດຖະບານຝຣັ່ງທີ່ເຂົ້າເປັນສະມາຊິກສະຫະພາບເອີຣົບ ແລະ ນາໂຕ. ໜຶ່ງໃນຝ່າຍຈັດງານໂຮມຊຸມນຸມຍັງໄດ້ໃຊ້ການເຄື່ອນໄຫວທີ່ຮຸນແຮງ ໂດຍໄດ້ຈີກທຸງສະຫະພາບເອີຣົບ ແລະ ນາໂຕຢ່າງເປີດເຜີຍ ເຊິ່ງເຮັດໃຫ້ເກີດມີສະພາບຄວາມຮຸນແຮງບາງຄັ້ງຄາວ.


ເຖິງວ່າຝຣັ່ງເປັນປະເທດສະມາຊິກສະພາບເອີຣົບ ແລະ ນາໂຕມາໂດຍຕະຫຼອດ ພ້ອມທັງໄດ້ຮັກສາສາຍພົວພັນທາງການທູດຢ່າງແໜ້ນແຟ້ນກັບປະຊາຄົມໂລກກໍຕາມ, ແຕ່ງານໂຮມຊຸມນຸມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ, ປະຊາຊົນຝຣັ່ງຈຳນວນໜຶ່ງມີຄວາມບໍ່ພໍໃຈຢ່າງແຮງຕໍ່ອົງການຈັດຕັ້ງສາກົນເຫຼົ່ານີ້. ພວກເຂົາເຈົ້າເຫັນວ່າ, ຝຣັ່ງຄວນຕັດສິນນະໂຍບາຍຢ່າງອິດສະຫຼະ, ບໍ່ຄວນໄດ້ຮັບຜົນສະທ້ອນຈາກອົງການພາຍນອກ ເພື່ອປົກປັກຮັກສາອະທິປະໄຕ ແລະຜົນປະໂຫຍດແຫ່ງຊາດຂອງຕົນ.