ຈຳນວນຜູ້ເສຍຊີວິດຈາກການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິສຣາແອນໄດ້ເພີ່ມຂຶ້ນເປັນປະມານ 1.600 ຄົນ

2023-10-10 10:41:00 cri

ຕອນຄ່ຳວັນທີ 9 ຕຸລານີ້, ພາກສ່ວນສາທາລະນະສຸກເຂດກາຊາຂອງປາເລັສຕິນໄດ້ອອກຖະແຫຼງການວ່າ, ກອງທັບອິສຣາແອນໄດ້ຫຼອນໂຈມຕີເຂດກາຊາເຮັດໃຫ້ມີຜູ້ເສຍຊີວິດເຖິງ 687 ຄົນ ແລະ ບາດເຈັບ 3.726 ຄົນ. ຕອນຄ່ຳມື້ດຽວກັນ, ສື່ມວນຊົນອິສຣາແອນລາຍງານວ່າ, ການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິສຣາແອນໄດ້ເຮັດໃຫ້ອິສຣາແອນມີຜູ້ເສຍຊີວິດ 900 ກວ່າຄົນແລ້ວ.


ກະຊວງສາທາລະນະສຸກອິສລາແອນລາຍງານຂ່າວໃຫ້ຮູ້ວ່າ, ຈຳນວນຜູ້ໄດ້ຮັບບາດເຈັບທີ່ໂຮງໝໍໃຫຍ່ແຫ່ງຕ່າງໆໃນທົ່ວປະເທດອິສຣາແອນຮັບເຂົ້າປິ່ນປົວໄດ້ເພີ່ມຂຶ້ນເປັນ 2.741 ຄົນ. ເຈົ້າໜ້າທີ່ລັດຖະບານອິສຣາແອນໃຫ້ສຳພາດຕໍ່ນັກຂ່າວວ່າ, ຄາດວ່າ, ຈຳນວນຜູ້ເສຍຊີວິດແລະບາດເຈັບຍັງຈະເພີ່ມຂຶ້ນອີກ.


ຕອນຄ່ຳມື້ດຽວກັນ, ທ່ານອາບູ ອູໄບດາ ໂຄສົກກອງພົນນ້ອຍກາຊັນ ທີ່ເປັນກຸ່ມປະກອບອາວຸດສັງກັດກຸ່ມຮາມາສອອກຖະແຫຼງການວ່າ, ກຸ່ມຮາມາສກຽມພ້ອມແລ້ວຈະຕໍ່ສູ້ເປັນໄລຍະຍາວນານ ແລະ ກຽມພ້ອມຕໍ່ຄວາມອາດເປັນໄປໄດ້ທຸກປະການ.