ອີຣານ ແລະ ຊູດັງຟື້ນຟູສາຍພົວພັນທາງການທູດຢ່າງເປັນທາງການ

2023-10-10 14:39:26 cri


ວັນທີ 9 ຕຸລາ 2023 ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດອີຣານໄດ້ອອກຖະແຫຼງການຮ່ວມລະຫວ່າງອີຣານກັບຊູດັງ. ສອງຝ່າຍຕົກລົງຟື້ນຟູສາຍພົວພັນທາງການທູດເພື່ອບໍລິການຜົນປະໂຫຍດຮ່ວມກັນຂອງທັງສອງປະເທດ.

ຖະແຫຼງການລະບຸວ່າ, ລັດຖະບານສອງປະເທດເຫັນດີຂະຫຍາຍການພົວພັນມິດຕະພາບບົນພື້ນຖານເຄົາລົບນັບຖືສິດອະທິປະໄຕຂອງກັນ ແລະ ກັນ, ສະເໝີພາບ, ຮັກສາຜົນປະໂຫຍດຮ່ວມກັນ ແລະ ຢູ່ຮ່ວມກັນໂດຍສັນຕິ. ສອງຝ່າຍເຫັນດີເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ບັນລຸຜົນປະໂຫຍດຮ່ວມກັນ, ຮັບປະກັນຄວາມໝັ້ນຄົງ, ສະຖຽນລະພາບຂອງພາກພື້ນ ແລະ ຂົງເຂດອື່ນໆ. ສອງຝ່າຍເຫັນດີປະຕິບັດມາດຕະການທີ່ມີຄວາມຈຳເປັນ, ເປີດສະຖານທູດເຊິ່ງກັນ ແລະ ກັນໃນໄວໆນີ້, ແລະຈະຈັດວາງກ່ຽວກັບການສົ່ງຄະນະຜູ້ແທນໄປຢ້ຽມຢາມເຊິ່ງກັນແລະກັນ, ເພື່ອຄົ້ນຄວ້າເປິກສາຫາລືວິທີເປີດກວ້າງຊ່ອງທາງການຮ່ວມມືລະຫວ່າງສອງປະເທດ.