ກອງປະຊຸມປະຈຳປີຂອງ IMF ແລະ ທະນາຄານໂລກກັບໄປຈັດຢູ່ອາຟຣິກາເປັນຄັ້ງທຳອິດໃນຮອບ 50 ປີ

2023-10-10 10:43:16 cri

ກອງປະຊຸມປະຈຳປີ 2023 ຂອງອົງການກອງທຶນເງິນຕາສາກົນ ຫຼື IMF ແລະ ທະນາຄານໂລກ ໄດ້ຈັດຂຶ້ນຢູ່ນະຄອນມາຣາເກດ ຕົວເມືອງທາງພາກໃຕ້ຂອງມາຣົກໃນວັນທີ 9 ຕຸລານີ້ ເຊິ່ງໄດ້ກັບໄປຈັດຢູ່ອາຟຣິກາເປັນຄັ້ງທຳອິດໃນຮອບ 50 ປີ ພາຍຫຼັງຈັດຂຶ້ນຢູ່ນະຄອນຫຼວງໄນໂຣບີປະເທດເຄນຢາໃນປີ 1973. ຄາດວ່າ, ກອງປະຊຸມຄັ້ງນີ້ຈະສຸມໃສ່ການພັດທະນາ ແລະ ສິ່ງທ້າທາຍທີ່ທະວີບອາຟຣິກາປະເຊີນຫຼາຍກວ່າເກົ່າ.


ກອງປະຊຸມປະຈຳປີຄັ້ງນີ້ຈະຈັດຂຶ້ນລະຫວ່າງວັນທີ 9 ຫາ 15 ຕຸລານີ້ ໂດຍມີຜູ້ແທນ 14.000 ກວ່າທ່ານຈາກ 189 ປະເທດ ແລະ ເຂດແຄວ້ນໃນຂອບເຂດທົ່ວໂລກເຂົ້າຮ່ວມ. ໃນໄລຍະຈັດກອງປະຊຸມຍັງຈະເຜີຍແຜ່ “ບົດລາຍງານແລມອງເສດຖະກິດໂລກ”, “ບົດລາຍງານກ່ຽວກັບຄວາມໝັ້ນຄົງດ້ານການທະນາຄານທົ່ວໂລກ”, “ບົດລາຍງານຕິດຕາມສະພາບການເງິນ” ເປັນຕົ້ນ ເພື່ອທຳການວິນິດໄສຫຼ້າສຸດຕໍ່ການພັດທະນາເສດຖະກິດໂລກໃນອະນາຄົດ.