ການຜະລິດຂອງຈີນເຮັດໃຫ້ນັກກິລາປະເທດຕ່າງໆຂອງງານມະຫະກຳກິລາເອຊຽນເກມກັບບ້ານພ້ອມດ້ວຍກະເປົ໋າທີ່ເຕັມໄປດ້ວຍຜະລິດຕະພັນຂອງຈີນ

2023-10-10 16:40:09 cri

ຕອນຄ່ຳວັນທີ 8 ຕຸລານີ້, ງານມະຫະກຳກິລາເອຊຽນເກມຄັ້ງທີ 19 ໄດ້ສຳເລັດລົງຢູ່ນະຄອນຮາງໂຈ່ວແຂວງເຈີ້ຈ່ຽງປະເທດຈີນ. ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ ແລະ ຈັດງານມະຫະກຳກິລາທີ່ “ມີເອກະລັກພິເສດຂອງຈີນ, ມີສະເໜ່ຂອງອາຊີ ແລະ ໜ້າເບິ່ງໜ້າຊົມ” ໃຫ້ກັບໂລກ. ຫຼັງຈາກງານມະຫະກຳກິລາເອຊຽນເກມສຳເລັດລົງແລ້ວ, ນັກກິລາປະເທດຕ່າງໆກໍໄດ້ພາກັນກັບບ້ານ.

ປັດຈຸບັນ, ພວກຊາວເນັດມັກເວົ້າໂຍກວ່າ: ຖ້າວ່າງານມະຫະກຳກິລາເອຊຽນເກມຍັງບໍ່ສຳເລັດລົງ, ສິນຄ້າຢູ່ນະຄອນຮາງໂຈ່ວອາດຈະຖືກພວກນັກກິລາຊື້ໝົດ. ກ່ອນກັບເມືອປະເທດຕົນ, ນັກກິລາປະເທດຕ່າງໆຈຳນວນໜຶ່ງໄດ້ໄປຊື້ເຄື່ອງຢ່າງກະຕືລືລົ້ນ, ກະເປົ໋າ ແລະ ຫີບຂອງເຂົາເຈົ້າເຕັມໄປດ້ວຍຜະລິດຕະພັນຂອງຈີນຊະນິດຕ່າງໆ. ຕະຫຼາດຂາຍຍົກສິນຄ້ານ້ອຍສຽນຈ່ຽງຮາງໂຈ່ວ ແລະ ຕະຫຼາດຊື້ຈີ້ຊີ່ງຮາງໂຈ່ວໄດ້ກາຍເປັນຕະຫຼາດຊື້ເຄື່ອງທີ່ໄດ້ຮັບຄວາມນິຍົມທີ່ສຸດຈາກພວກນັກກິລາ. ຈາກເຄື່ອງໃຊ້ສອຍປະຈຳວັນຮອດສິນຄ້າເອເລັກໂຕຣນິກ ຕ່າງກໍໄດ້ຖືກນັກກິລາຕ່າງປະເທດຊື້ເອົາກັບບ້ານ. ບາງທີກໍຮູ້ສຶກວ່ານັກກິລາຕ່າງປະເທດເຫຼົ່ານີ້ມາບໍ່ແມ່ນເພື່ອເຂົ້າຮ່ວມການແຂ່ງຂັນ ຫາກແມ່ນມາຊື້ເຄື່ອງ.

ນາງອົກຊານາ ຊູໂຊວິຕິນາ ນັກກິລາກາຍະກຳອຸດສະເບກີສະຖານທີ່ມີອາຍຸ 48 ປີ, ກ່ອນລາຈາກຮາງໂຈ່ວກັບບ້ານ ຍັງບໍ່ສາມາດລືມເສື່ອນອນຂອງບ້ານພັກນັກກິລາເອຊຽນເກມໄດ້. ໂຮງງານຜະລິດເສື່ອນອນຮູ້ເລື່ອງນີ້ແລ້ວ ໄດ້ມອບເສື່ອ ນອນລຸ້ນດຽວກັນໃຫ້ກັບນາງອົກຊານາ ຊູໂຊວິຕິນາທັນທີ. ເຖິງວ່ານາງບໍ່ໄດ້ຈັກຫຼຽນໃນງານກິລາເອຊຽນເກມຄັ້ງນີ້ກໍຕາມ, ແຕ່ການທີ່ໄດ້ຮັບ “ເສື່ອນອນລະດັບ 5 ດາວ” ໄດ້ເຮັດໃຫ້ການເດີນທາງມາຮາງໂຈ່ວເທື່ອນີ້ຂອງນາງກຸ້ມຄ່າແລ້ວ.

ນອກຈາກໄດ້ຮັບຄວາມນິຍົມຈາກນັກກິລາປະເທດຕ່າງໆແລ້ວ, ຢູ່ໃນ ຫຼື ນອກສະໜາມການແຂ່ງຂັນ, ຜະລິດຕະພັນຂອງຈີນ ແລະ ຜະລິດຕະພັນແບບອັດສະລິຍະຂອງຈີນແມ່ນມີຢູ່ທຸກບ່ອນ. ຕາມຂ່າວແຈ້ງວ່າ: ພະລັງງານໃນສະໜາມການແຂ່ງຂັນຂອງງານກິລາເອຊຽນເກມຮາງໂຈ່ວເປັນພະລັງງານສີຂຽວໝົດ ເຊິ່ງລວມທັງພະລັງງານແສງຕາເວັນທີ່ມາຈາກແຂວງຊິ່ງໄຫ ແລະ ແຂວງກ່ານຊູ້ ແລະ ພະລັງງານແຮງລົມທີ່ມາຈາກເຂດຊິ່ນຈ່ຽງ. ການນຳໃຊ້ພະລັງງານສີຂຽວດັ່ງກ່າວ ສາມາດຫຼຸດຜ່ອນການປ່ອຍກາກບອນໄດ້ເປັນຢ່າງຫຼາຍ. ເຄື່ອຂ່າຍອິນເຕີເນັດ 5G ທີ່ເປັນການປະດິດສ້າງຄັ້ງທຳອິດໃນໂລກທີ່ສ້າງໂດຍບໍລິສັດຈີນນັ້ນ ໄດ້ຮັບປະກັນການໃຊ້ອິນເຕີເນັດຢ່າງສະດວກຂອງຜູ້ຊົມ 80.000 ກວ່າຄົນຢູ່ໃນສະໜາມກິລາຂອງສູນກິລາໂອລິມປິກຮາງໂຈ່ວ. ຢູ່ໃນຂະບວນການກໍ່ສ້າງ ຫຼື ສ້ອມແປງສະໜາມແຂ່ງຂັນ 56 ແຫ່ງຂອງງານກິລາເອຊຽນເກມ ແລະ ເອຊຽນເກມຄົນພິການໃນຄັ້ງນີ້, ກະໂລ້, ປະຕູ, ປ່ອງຢ້ຽມ ແລະ ວັດຖຸອື່ນລ້ວນແຕ່ແມ່ນຜະລິດຜະລິດຕະພັນຂອງຈີນ ເຊິ່ງເປັນຜະລິດຕະພັນທີ່ມີຄຸນນະພາບດີ ແລະ ເນັ້ນໃສ່ການອະນຸລັກສິ່ງແວດລ້ອມ ແລະ ປະຢັດພະລັງງານ.

ໃນຊຸມປີຜ່ານມາ, ພາຍໃຕ້ສະແສ 5G, AI ແລະ ກະແສດີຈີຕອນອື່ນໆ, ອຸດສາຫະກຳການຜະລິດຂອງຈີນໄດ້ເຂົ້າສູ່ຂັ້ນຕອນການພັດທະນາດ້ວຍຄຸນນະພາບສູງ. ງານກິລາເອຊຽນເກມຮາງໂຈ່ວບໍ່ພຽງແຕ່ໄດ້ໃຫ້ໂລກເຫັນຄວາມສາມາດຂອງຈີນໃນຂົງເຂດກິລາເທົ່ານັ້ນ ຍັງໄດ້ເຮັດໃຫ້ຄົນສາມາດເຫັນພະລັງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີຂອງຍີ່ຫໍ້ຂອງຈີນຫຼາຍກວ່າເກົ່າອີກດ້ວຍ. ການຜະລິດຂອງຈີນບໍ່ພຽງແຕ່ໄດ້ເຮັດໃຫ້ການແຂ່ງຂັນມີຄວາມໜ້າເບິ່ງໜ້າຊົມຫຼາຍຂຶ້ນເທົ່ານັ້ນ ຍັງໄດ້ເຮັດໃຫ້ນັກກິລາປະເທດຕ່າງໆສາມາດກັບບ້ານພ້ອມດ້ວຍຜະລິດຕະພັນຂອງຈີນເຕັມກະເປົາອີກດ້ວຍ ເຊິ່ງເປັນການສະແດງໃຫ້ເຫັນເຖິງບາດກ້າວທີ່ໜັກແໜ້ນຂອງຈີນທີ່ຈາກປະເທດໃຫຍ່ດ້ານການຜະລິດກ້າວໄປສູ່ປະເທດເຂັ້ມແຂງດ້ານການຜະລິດ ພາຍໃຕ້ການສະໜັບສະໜູນຂອງວິທະຍາສາດເຕັກໂນໂລຊີ.