ຈີນແລກປ່ຽນຄວາມເຫັນກັບເອຢິບກ່ຽວກັບສະຖານະການປາເລັສຕິນກັບອິສຣາແອນ

2023-10-11 10:43:20 cri

ວັນທີ 10 ຕຸລານີ້, ທ່ານຈາຍຈຸ້ນ ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນໄດ້ໂທລະສັບລົມກັບທ່ານໂອຊາມາ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດເອຢິບທີ່ຮັບຜິດຊອບວຽກງານປາເລັສຕິນ.


ທ່ານຈາຍຈຸ້ນກ່າວວ່າ, ຈີນສະແດງຄວາມເປັນຫ່ວງຕໍ່ສະຖານະການປາເລັສຕິນກັບອິສຣາແອນທີ່ເຄັ່ງຕຶງ ແລະ ກຳລັງດຸເດືອດຮຸນແຮງຂຶ້ນໃນປັດຈຸບັນ, ຈີນຄັດຄ້ານ ແລະ ກ່າວປະນາມຕໍ່ການກະທຳທີ່ທຳຮ້າຍປະຊາຊົນ ພ້ອມທັງຮຽກຮ້ອງໃຫ້ຢຸດຍິງໃນທັນທີ. ການປະທະກັນລະຫວ່າງປາເລັສຕິນກັບອິສຣາແອນເກີດຂຶ້ນເທື່ອແລ້ວເທື່ອອີກ, ສາເຫດຕົ້ນຕໍແມ່ນບໍ່ໄດ້ແກ້ໄຂບັນຫາປາເລັສຕິນຢ່າງຍຸຕິທຳ, ທາງອອກພື້ນຖານແມ່ນການຈັດຕັ້ງປະຕິບັດ “ແຜນການສອງປະເທດ”. ຈີນຍິນດີຮ່ວມກັບເອຢິບຮັກສາການແລກປ່ຽນແລະປະສານງານກັນ ເພື່ອຊຸກຍູ້ໃຫ້ທັງສອງຝ່າຍທີ່ປະທະກັນຢຸດຍິງ ແລະ ຢຸດການໃຊ້ຄວາມຮຸນແຮງໂດຍໄວ, ຫຼີກເວັ້ນບໍ່ໃຫ້ວິກິດການດ້ານມະນຸດສະທຳຂອງປາເລັສຕິນ ໂດຍສະເພາະຢູ່ເຂດກາຊາຮ້າຍແຮງຂຶ້ນຕື່ມອີກ.


ທ່ານໂອຊາມາສະແດງຄວາມຊົມເຊີຍເປັນຢ່າງສູງຕໍ່ຈີນ ທີ່ໄດ້ຍຶດໝັ້ນຫຼັກໝັ້ນຍຸຕິທຳໃນບັນຫາປາເລັສຕິນມາໂດຍຕະຫຼອດ, ເອຢິບຍິນດີຮ່ວມກັບຝ່າຍຈີນທຳຄວາມພະຍາຍາມ ເພື່ອຊຸກຍູ້ໃຫ້ສະຖານະການອັນເຄັ່ງຕຶງຜ່ອນຄາຍລົງ.