ຈີນໄດ້ຮັບເລືອກຕັ້ງເປັນສະມາຊິກສະພາມົນຕີສິດທິມະນຸດ ສປຊ ປະຈຳປີ 2024-2026

2023-10-11 10:47:52 cri

ວັນທີ 10 ຕຸລານີ້, ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78, ຈີນໄດ້ຮັບເລືອກຕັ້ງເປັນສະມາຊິກສະພາມົນຕີສິດທິມະນຸດຊຸດໃໝ່ຕື່ມອີກວາລະໜຶ່ງ ເຊິ່ງມີໄລຍະດຳລົງຕຳແໜ່ງລະຫວ່າງປີ 2024 ຫາ 2026. ຈີນໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສະມາຊິກສະພາມົນຕີທັງຫຼາຍທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນ ພ້ອມທັງສະແດງການຊົມເຊີຍຢ່າງສຸດໃຈຕໍ່ສະມາຊິກອື່ນໆທີ່ໄດ້ຮັບການເລືອກຕັ້ງໃນໄລຍະດຽວກັນ.

ນີ້ເປັນຄັ້ງທີ 6 ທີ່ຈີນໄດ້ດຳລົງຕຳແໜ່ງເປັນສະມາຊິກສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດ, ເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບການເລືອກຕັ້ງຈຳນວນວາລະຫຼາຍທີ່ສຸດ ເຊິ່ງສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ປະຊາຄົມໂລກມີການ ຮັບຮອງຢ່າງເຕັມທີ່ຕໍ່ຜົນສຳເລັດພາລະກິດສິດທິມະນຸດຂອງຈີນ ແລະ ການເຂົ້າຮ່ວມການຮ່ວມມືສິດທິມະນຸດສາກົນຂອງຈີນ.

ສະພາມົນຕີສິດທິມະນຸດສ້າງຕັ້ງຂຶ້ນເມື່ອປີ 2006, ເປັນອົງການໜຶ່ງຂອງອົງການສະຫະປະຊາຊາດທີ່ຮັບຜິດຊອບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ເປັນອົງການທີ່ສັງກັດສະມັດຊາໃຫຍ່ອົງການສະຫະປະຊາຊາດ, ປະກອບດ້ວຍ 47 ປະເທດສະມາຊິກ.