ອົງການກອງທຶນເງິນຕາສາກົນຄາດວ່າ: ການເຕີບໂຕຂອງເສດຖະກິດຫຼາຍປະເທດເອີຣົບຈະຊ້າລົງ ຫຼື ໃກ້ຈະຢຸດຊະງັກ

2023-10-11 10:34:26 cri

ວັນທີ 10 ຕຸລານີ້ຕາມເວລາທ້ອງຖິ່ນ, ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ເປີດເຜີຍບົດລາຍງານການແລມອງເສດຖະກິດໂລກ ໂດຍຄາດຄະເນວ່າ: ການເຕີບໂຕຂອງເສດຖະກິດໂຮນລັງ, ເຢຍລະມັນ, ໂອຕຣິສ ແລະ ອີກຫຼາຍປະເທດຂອງເອີຣົບໃກ້ຈະຢຸດຊະງັກ.

IMF ແຈ້ງໃຫ້ຮູ້ວ່າ: ການຊ້າລົງດ້ານການເຕີບໂຕຂອງເສດຖະກິດປະເທດເຫຼົ່ານີ້ແມ່ນກ່ຽວຂ້ອງກັບອັດຕາເງິນເຟີ້ທີ່ສູງຂຶ້ນ ແລະ ການປັບຂຶ້ນອັດຕາດອກເບ້ຍຢ່າງຫຼວງຫຼາຍຂອງທະນາຄານກາງ.

IMF ຄາດຄະເນວ່າ: ຈັງຫວະການເຕີບໂຕຂອງເສດຖະກິດໂລກໃນປີ 2023 ແມ່ນ 3%, ໃນປີ 2024 ແມ່ນ 2,9% ເຊິ່ງຂ້ອນຂ້າງຕ່ຳກວ່າການຄາດຄະເນໄປກ່ອນໜ້ານີ້ ພ້ອມທັງເຫັນວ່າ: ເມື່ອຮອດປີ 2025, ອັດຕາເງິນເຟີ້ຂອງຫຼາຍປະເທດຍັງຈະຮັກສາຢູ່ໃນລະດັບຂ້ອນຂ້າງສູງ.