ການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິສຣາແອນເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1.900 ຄົນ

2023-10-11 10:42:29 cri

ອີງຕາມຂ່າວຫຼ້າສຸດທີ່ສື່ມວນຊົນອິສຣາແອນ ແລະ ອົງການປິ່ນປົວຂອງປາເລັສຕິນລາຍງານໃຫ້ຮູ້ວ່າ: ນັບແຕ່ເກີດການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິສຣາແອນເປັນຕົ້ນມາ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1.900 ຄົນ.


ຕອນຄ່ຳມື້ດຽວກັນ, ສື່ມວນຊົນອິສຣາແອນລາຍງານວ່າ, ການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິສຣາແອນເຮັດໃຫ້ອິສຣາແອນມີຜູ້ເສຍຊີວິດຢ່າງໜ້ອຍ 1.008 ຄົນ. ກະຊວງສາທາລະນະສຸກອິສຣາແອນລາຍງານໃຫ້ຮູ້ວ່າ, ຈຳນວນຜູ້ໄດ້ຮັບບາດເຈັບທີ່ໂຮງໝໍໃຫຍ່ແຫ່ງຕ່າງໆໃນທົ່ວປະເທດອິສຣາແອນຮັບເຂົ້າປິ່ນປົວນັ້ນເພີ່ມຂຶ້ນເປັນ 2.901 ຄົນ. ຕອນຄ່ຳມື້ດຽວກັນ, ພາກສ່ວນສາທາລະນະສຸກເຂດກາຊາປາເລັສຕິນອອກຖະແຫຼງການວ່າ, ການຫຼອນໂຈມຕີເຂດກາຊາຂອງກອງທັບອິສຣາແອນເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 900 ຄົນ ແລະ ບາດເຈັບ 4.500 ຄົນ.