ເວັບໄຊທາງການ ແລະ ເວັບໄຊສູນຂ່າວຂອງເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ເປີດບໍລິການຢ່າງເປັນທາງການ

2023-10-12 10:49:44 cri

ວັນທີ 11 ຕຸລານີ້, ເວັບໄຊທາງການຂອງ ເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3(http://www.beltandroadforum.org/)ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ.

ເວັບໄຊດັ່ງກ່າວມີສອງສະບັບ ຄື: ສະບັບພາສາຈີນ ແລະ ສະບັບພາສາອັງກິດ, ຈະລົງຂໍ້ມູນກ່ຽວກັບເວທີເປິກສາຫາລືດັ່ງກ່າວຢ່າງທັນການ. ເວັບໄຊດັ່ງກ່າວຍັງມີກິດຈະກຳຖາມຕອບຄວາມຮູ້ທີ່ມີຫົວຂໍ້ວ່າ: “ໜຶ່ງແລວໜຶ່ງເສັ້ນທາງ”ເຮັດໃຫ້ທົ່ວໂລກເຊື່ອມຕໍ່ກັນ ໂດຍນຳໃຊ້ໜ່ວຍໂລກ 3 ມິຕິຊ່ວຍໃຫ້ຊາວເນັດຄົ້ນຄວ້າກ່ຽວກັບບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ສຳຜັດກັບຜົນງານອັນອຸດົມສົມບູນຂອງການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໃນຮອບ 10 ປີທີ່ຜ່ານມາ.

ສ່ວນເວັບໄຊສູນຂ່າວຂອງເວທີເປິກສາຫາລືດັ່ງກ່າວ(http://www.brfmc2023.cn)ກໍໄດ້ເປີດນຳໃຊ້ໃນຂະນະດຽວກັນ ເຊິ່ງຈະສະໜອງຂໍ້ມູນຂ່າວສານ ແລະ ການບໍລິການໃຫ້ແກ່ນັກຂ່າວທັງພາຍໃນ ແລະ ຕ່າງປະເທດ.