ກິດຈະກຳສະຫຼອງວັນຢາແລະແພດແຜນຈີນໂລກຈັດຂຶ້ນຢູ່ຝຣັ່ງ

2023-10-12 10:18:28 CRI

ກິດຈະກຳສະຫຼອງວັນຢາແລະແພດແຜນຈີນໂລກໄດ້ຈັດຂຶ້ນຢູ່ສູນວັດທະນະທຳຈີນ ທີ່ນະຄອນຫຼວງປາຣີຂອງຝຣັ່ງໃນວັນທີ 11 ຕຸລານີ້ ໂດຍມີຜູ້ຊ່ຽວຊານ, ນັກວິຊາການຈີນ ແລະ ຕ່າງປະເທດໃນຂົງເຂດແພດສາດ ແລະ ຜູ້ປະກອບການຮ້ອຍກວ່າຄົນເຂົ້າຮ່ວມໂດຍຜ່ານທາງອອນລາຍ ແລະ ອອບລາຍ ເພື່ອສົນທະນາແລກປ່ຽນກັນ.


ກິດຈະກຳເທື່ອນີ້ໄດ້ເນັ້ນໃສ່ຫົວຂໍ້ “ແພດແຜນຈີນກັບແພດແຜນປັດຈຸບັນຮວມຕົວກັນ, ຮ່ວມກັນຊຸກຍູ້ສຸຂະພາບປະຊາຊົນຈີນ ແລະ ຝຣັ່ງ; ສຸຂະພາບກັບການບຳບັດຟື້ນຟູ ແລະ ດູແລສຸຂະພາບດ້ວຍແພດແຜນຈີນ”, ຮ່ວມກັນຈັດຂຶ້ນໂດຍສູນວັດທະນະທຳຈີນທີ່ນະຄອນຫຼວງປາຣີ ແລະ ສູນຢາແລະແພດແຜນຈີນຢູ່ຝຣັ່ງ. ໃນກິດຈະກຳດັ່ງກ່າວໄດ້ມີການຖ່າຍທອດສົດທາງອິນເຕີເນັດ, ໄດ້ດຳເນີນກອງປະຊຸມສົນທະນາ, ກອງປະຊຸມສຳມະນາ, ສະແດງຜົນການປະຕິບັດຕົວຈິງໃນການດູແລສຸຂະພາບ, ຜະລິດຕະພັນຢາແລະແພດແຜນຈີນ, ນະວັດຕະກຳຕ່າງໆ ແລະ ກິດຈະກຳອື່ນໆ.


ເດືອນພະຈິກປີ 2018, ກອງປະຊຸມຢາແລະແພດແຜນຈີນໂລກຄັ້ງທີ 15 ທີ່ຈັດຂຶ້ນຢູ່ນະຄອນຫຼວງໂຣມ ປະເທດອີຕາລີ ໄດ້ຕົກລົງກຳນົດເອົາວັນທີ 11 ຕຸລາ ຂອງທຸກໆປີເປັນວັນຢາແລະແພດແຜນຈີນໂລກ.