ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນແລກປ່ຽນຄວາມເຫັນກັບຮອງລັດຖະມົນຕີກະຊວງການຕ່າງປະເທດຜູ້ທີໜຶ່ງຂອງປາແລັສຕິນ

2023-10-12 11:00:25 cri


ວັນທີ 11 ຕຸລາ 2023, ທ່ານຈາຍຈຸ້ນ ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນໄດ້ໂທລະສັບລົມກັບທ່ານນາງ ອາມະເລ ຈາດູ ຮອງລັດຖະມົນຕີກະຊວງການຕ່າງປະເທດຜູ້ທີໜຶ່ງຂອງປາແລັສຕິນ.

ທ່ານຈາຍຈຸ້ນ ກ່າວວ່າ, ທາງອອກທີ່ແກ້ໄຂການປະທະກັນລະຫວ່າງປາແລັສຕິນກັບອິສຣາແອນແມ່ນກັບຄືນສູ່ການເຈລະຈາສັນຕິພາບບົນພື້ນຖານ “ແຜນການສອງປະເທດ”, ສ້າງປະເທດປາແລັສຕິນທີ່ເປັນເອກະລາດ, ບັນລຸໃຫ້ສອງປະເທດຢູ່ຮ່ວມກັນໂດຍສັນຕິ. ຈີນຈະສືບຕໍ່ຊຸກຍູ້ການຢຸດຍິງ ແລະ ການໃຊ້ຄວາມຮຸນແຮງ, ຊ່ວຍເຫຼືອຜ່ອນຄາຍວິກິດການມະນຸດສະທຳ, ຕັ້ງໜ້າຊຸກຍູ້ການເຈລະຈາສັນຕິພາບ, ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອຊຸກຍູ້ການແກ້ໄຂບັນຫາປາແລັສຕິນຢ່າງຮອບດ້ານ, ຍຸຕິທຳ ແລະ ຖາວອນ.

ທ່ານນາງຈາດູ ຂອບໃຈນຳຈີນທີ່ຢືນຢູ່ຫຼັກໝັ້ນຍຸຕິທຳກ່ຽວກັບບັນຫາປາແລັສຕິນມາເປັນເວລາຍາວນານ, ຕັ້ງໜ້າຊຸກຍູ້ການເຈລະຈາສັນຕິພາບ. ປາແລັສຕິນເຊື່ອໝັ້ນປະເທດຈີນ, ຫວັງໃຫ້ປະເທດຈີນສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນພາຍໃຕ້ສະພາບການປັດຈຸບັນ.