ກອງປະຊຸມສຸກເສີນຂອງລັດຖະມົນຕີການຕ່າງປະເທດຂອງສັນນິບາດອາຣັບຜ່ານມະຕິຕໍ່ສະຖານະການປາເລັສຕິນແລະອິສຣາແອນ

2023-10-12 11:10:54 cri

ວັນທີ 11 ຕຸລານີ້ຕາມເວລາທ້ອງຖິ່ນ, ສະພາມົນຕີສັນນິບາດອາຣັບໄດ້ຈັດກອງປະຊຸມສຸກເສີນຂອງລັດຖະມົນຕີການຕ່າງປະເທດຢູ່ສຳນັກງານໃຫຍ່ຂອງຕົນທີ່ນະຄອນຫຼວງເລີແກປະເທດເອຢິບ ເພື່ອເປິກສາຫາລືກ່ຽວກັບສະຖານະການປາເລັສຕິນແລະອິສຣາແອນທີ່ດຸເດືອດຂຶ້ນເລື້ອຍໆໃນໄລຍະມໍ່ໆມານີ້.


ກອງປະຊຸມໄດ້ຜ່ານມະຕິສະບັບໜຶ່ງ ເພື່ອຮຽກຮ້ອງໃຫ້ຝ່າຍຕ່າງໆຮັກສາຄວາມອົດກັ້ນໄວ້ ພ້ອມທັງໄດ້ກ່າວເຕືອນໄພພິບັດດ້ານມະນຸດສະທຳ ແລະ ຜົນສະທ້ອນດ້ານຄວາມໝັ້ນຄົງ ຍ້ອນສະຖານະການດຸເດືອດຂຶ້ນເລື້ອຍໆ. ມະຕິດັ່ງກ່າວເນັ້ນໜັກວ່າ, ປະຊາຄົມໂລກຕ້ອງເພີ່ມທະວີການຮ່ວມມືກັນ ໂດຍນຳໃຊ້ການເຄື່ອນໄຫວດ່ວນທີ່ບັງເກີດຜົນ ເພື່ອບັນລຸເປົ້າໝາຍຢຸດຍິງ, ຫຼີກເວັ້ນບໍ່ໃຫ້ຄວາມຮຸນແຮງດຸເດືອດຂຶ້ນຕື່ມອີກ ເພື່ອປົກປັກຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ. ລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆເຫັນດີເປັນເອກະພາບກັນໃຫ້ກ່າວປະນາມການສັງຫານປະຊາຊົນ ແລະ ການໃຊ້ກຳລັງຮຸນແຮງຂອງສອງຝ່າຍ ໂດຍກ່າວເນັ້ນໜັກວ່າ: ຝ່າຍຕ່າງໆລ້ວນແຕ່ຕ້ອງປ້ອງກັນປະຊາຊົນ, ຕ້ອງປ່ອຍຕົວຊະເລີຍເສິກໝົດທຸກຄົນ ແລະ ປະຊາຊົນທີ່ຖືກກັກຕົວ.