ກອງປະຊຸມເວທີເປິກສາຫາລືສື່ມວນຊົນວີດີໂອໂລກຄັ້ງທີ 11 ຈັດຂຶ້ນຢູ່ປັກກິ່ງ

2023-10-12 21:50:32 cri

ວັນທີ 12 ຕຸລາ 2023, ກອງປະຊຸມເວທີເປິກສາຫາລືສື່ມວນຊົນວີດີໂອໂລກຄັ້ງທີ 11 ທີ່ວິທະຍຸໂທລະພາບສູງການຈີນ ຫຼື CMG ເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ.ຈີນ.

ກອງປະຊຸມເວທີເປິກສາຫາລືຄັ້ງນີ້ໄດ້ເນັ້ນໃສ່ຫົວຂໍ້ “ຮ່ວມກັນສ້າງທັດສະນະວິໄສໃໝ່ຂອງເສັ້ນທາງສາຍໄໝ”, ຜູ້ຮັບຜິດຊອບຂອງສື່ມວນຊົນສາກົນ 75 ແຫ່ງຈາກ 49 ປະເທດໄດ້ສົ່ງຄຳອວຍພອຍເຖິງກອງປະຊຸມເວທີເປິກສາຫາລືຄັ້ງນີ້ໂດຍຜ່ານທາງວີດີໂອ, ແຂກຜູ້ມີກຽດ 140 ທ່ານ ລວມທັງຜູ້ຮັບຜິດຊອບຂອງສື່ມວນຊົນທີ່ສຳຄັນ ແລະ ສື່ມວນຊົນສາກົນ 108 ແຫ່ງທີ່ມາຈາກ 63 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລື ແລະ ກິດຈະກຳທີ່ກ່ຽວຂ້ອງໂດຍຜ່ານທາງອອນລາຍ ແລະ ອັຟລາຍ.

ກອງປະຊຸມເວທີເປິກສາຫາລືຄັ້ງນີ້ໄດ້ເປີດເຜີຍ “ຖະແຫຼງການຮ່ວມວ່າດ້ວຍການເຄື່ອນໄຫວຮ່ວມກັນ” ຂອງສື່ມວນຊົນເສັ້ນທາງສາຍໄໝ ແລະ ຜົນການຮ່ວມມືຂອງສື່ມວນຊົນຂອງປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” 4 ປະການ.

ກ່ອນໄຂກອງປະຊຸມເວທີເປິກສາຫາລືດັ່ງກ່າວ, ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ໄດ້ພົບປະກັບຜູ້ຮັບຜິດຊອບຂອງສື່ມວນຊົນສາກົນທີ່ເຂົ້າຮ່ວມປະຊຸມ ເພື່ອແລກປ່ຽນຄວາມເຫັນກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ຄວາມຮັບຜິດຊອບຂອງສື່ມວນຊົນ, ການປ່ຽນແປງຂອງຂະແໜງການສື່ມວນຊົນ ແລະ ການພັດທະນາການຮ່ວມມື ແລະ ຫົວຂໍ້ອື່ນໆ.