ຈີນ ແລະ ອິນເດຍເຫັນດີຮັກສາການແລກປ່ຽນ ແລະ ສົນທະນາກັນຜ່ານຊ່ອງທາງການທະຫານແລະການທູດ

2023-10-12 11:12:29 cri

ລະຫວ່າງວັນທີ 9 ຫາ 10 ຕຸລານີ້, ສອງກອງທັບຈີນ ແລະ ອິນເດຍໄດ້ຈັດການເຈລະຈາລະດັບແມ່ທັບຮອບທີ 20 ຢູ່ຊາຍແດນຈີນ ແລະ ອິນເດຍ. ສອງຝ່າຍໄດ້ລົງເລິກການແລກປ່ຽນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນ ກ່ຽວກັບ ການແກ້ໄຂບັນຫາຊາຍແດນຈີນ-ອິນເດຍຕອນຕາເວັນຕົກທີ່ຍັງຄົງຄັ້ງນັ້ນ ດ້ວຍວິທີທີ່ສອງຝ່າຍລ້ວນແຕ່ຮັບເອົາໄດ້ໂດຍໄວ. ພາຍໃຕ້ການຊີ້ນຳຮ່ວມຂອງຜູ້ນຳສອງປະລັກສະນະຄາດໄວ້ລ່ວງໜ້າ, ເຫັນດີໃຫ້ຮັກສາການແລກກປ່ຽນ ແລະ ສົນທະນາກັນຜ່ານຊ່ອງທາງການທະຫານແລະການທູດ ພ້ອມທັງແກ້ໄຂບັນຫາທີ່ຄົງຄ້າງໂດຍໄວ. ໃນໄລຍະດຽວກັນ, ສອງຝ່າຍຍັງເຫັນດີປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບຢູ່ຊາຍແດນລະຫວ່າງສອງປະເທດ.