ພະນັກງານ 11 ຄົນຂອງ ສປຊ ເສຍຊີວິດຈາກການໂຈມຕີທາງອາກາດທີ່ກອງທັບອິສຣາແອນກໍ່ຂຶ້ນຢູ່ເຂດກາຊາ

2023-10-12 10:56:49 cri

ວັນທີ 11 ຕຸລາ 2023 ຕາມເວລາທ້ອງຖິ່ນ, ສຳນັກງານໂຄງການ ແລະ ການຊ່ວຍເຫຼືອຊາວອົບພະຍົບປາແລັສຕິນຢູ່ຕາເວັນອອກໃກ້ຂອງອົງການສະຫະປະຊາຊາດເປີດເຜີຍໃຫ້ຮູ້ວ່າ, ນັບແຕ່ວັນທີ 7 ຕຸລານີ້ເປັນຕົ້ນມາ, ພະນັກງານ 11 ຄົນຂອງສຳນັກງານດັ່ງກ່າວໄດ້ເສຍຊີວິດຈາກການໂຈມຕີທາງອາກາດທີ່ກອງທັບອິສຣາແອນກໍ່ຂຶ້ນຢູ່ເຂດກາຊາ, ໃນນັ້ນລວມທັງຄູອາຈານ, ແພດໝໍ ແລະ ອື່ນໆ.

ນອກນີ້, ບ່ອນພັກສຸກເສີນ 20 ແຫ່ງຂອງສຳນັກງານໂຄງການ ແລະ ການຊ່ວຍເຫຼືອຊາວອົບພະຍົບປາແລັສຕິນຢູ່ຕາເວັນອອກໃກ້ທີ່ປັບສ້າງຈາກໂຮງຮຽນນັ້ນກໍໄດ້ຖືກທຳລາຍຈາກການໂຈມຕີດ້ວຍລະເບີດ.