ສະພາມົນຕີສິດທິມະນຸດ ສປຊ ຜ່ານມະຕິສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ຈີນນຳໜ້າສະເໜີ

2023-10-13 15:20:34 cri

ວັນທີ 12 ຕຸລານີ້, ກອງປະຊຸມຄັ້ງທີ 54 ຂອງສະພາມົນຕີສິດທິມະນຸດ ສປຊ ໄດ້ຜ່ານມະຕິຊຸກຍູ້ແລະປົກປ້ອງສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳພາຍໃຕ້ສະພາບການທີ່ລຶບລ້າງຄວາມບໍ່ສະເໝີພາບກັນ ທີ່ຈີນ, ໂບລີວີ, ເອຢິບ, ປາກິດສະຖານ ແລະ ອາຟຣິກາໃຕ້ຮ່ວມກັນສະເໜີ ດ້ວຍຮູບແບບເປິກສາຫາລືຢ່າງເປັນເອກະພາບກັນ. ມະຕິໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະເທດພວມພັດທະນາ ແລະ ມີ 80 ປະເທດໄດ້ຮ່ວມກັນເປັນຜູ້ສະເໜີ.


ປະເທດພວມພັດທະນາໄດ້ທະຍອຍກັນປະກອບຄຳເຫັນ ເພື່ອສະແດງຄວາມຂອບໃຈຕໍ່ຈີນ ແລະ ບັນດາປະເທດທີ່ເຂົ້າຮ່ວມການສະເໜີ ໂດຍກ່າວວ່າ, ມະຕິສະບັບນີ້ຈະມີຜົນດີຊ່ວຍໃຫ້ພາລະກິດສິດທິມະນຸດຂອງໂລກພັດທະນາໄປຢ່າງປອດໃສ ແລະ ຍາວນານ. ສະຫະພາບເອີຣົບ ພ້ອມດ້ວຍອາເມຣິກາ, ຝຣັ່ງ ແລະ ເຢຍລະມັນເປັນຕົ້ນໄດ້ປະກອບຄຳເຫັນໂດຍສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ຕັ້ງໜ້າພະຍາຍາມເພື່ອເລື່ອງນີ້ ແລະ ກ່າວວ່າ, ຍິນດີເຂົ້າຮ່ວມການເປິກສາຫາລືຢ່າງເປັນເອກະພາບກັນ.