ຈຳນວນຜູ້ເສຍຊີວິດຈາການປະທະກັນຮອບໃໝ່ລະຫວ່າງປາແລັສຕິນກັບອິສຣາແອນມີຫຼາຍກວ່າ 2800 ຄົນ

2023-10-13 10:46:56 cri


ວັນທີ 12 ຕຸລາ 2023, ພາກສ່ວນສາທາລະນະສຸກປາເລັສຕິນກ່າວວ່າ, ການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິສຣາແອນໄດ້ເຮັດໃຫ້ຊາວປາເລັສຕິນມີຜູ້ເສຍຊີວິດເຖິງ 1.569 ຄົນ ແລະ ບາດເຈັບ 6.612 ຄົນ.

ນອກນີ້ຕາມຂ່າວທີ່ສື່ມວນຊົນອິສຣາແອນເປີດເຜີຍໃຫ້ຮູ້ວ່າ, ອິສຣາແອນຢ່າງໜ້ອຍມີຜູ້ເສຍຊີວິດເຖິງ 1.300 ຄົນ ແລະ ບາດເຈັບ 3.297 ຄົນ. ການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິສຣາແອນໄດ້ເຮັດໃຫ້ສອງຝ່າຍເສຍຊີວິດຫຼາຍກວ່າ 2.800 ຄົນ ແລະ ບາດເຈັບຫຼາຍກວ່າ 10.500 ຄົນ.