ທູດພິເສດບັນຫາຕາເວັນອອກກາງຂອງລັດຖະບານຈີນສົນທະນາຜ່ານທາງໂທລະສັບກັບຝ່າຍອິດສະຣາແອນ

2023-10-13 10:04:48 CRI

ວັນທີ 12 ຕຸລາ 2023, ທ່ານຈາຍຈຸ້ນ ທູດພິເສດບັນຫາຕາເວັນອອກຂອງລັດຖະບານຈີນ ໄດ້ສົນທະນາຜ່ານທາງໂທລະສັບກັບທ່ານຮາປັດ ຮອງຫົວໜ້າກົມ ທີ່ຮັບຜິດຊອບວຽກງານອາຊີປາຊີຟິກ ກະຊວງການຕ່າງປະເທດອິດສະຣາແອນ ກ່ຽວກັບສະຖານະການລະຫວ່າງປາເລັດສະຕິນ-ອິດສະຣາແອນ.


ທ່ານຈາຍຈຸ້ນກ່າວວ່າ: ຈີນກ່າວປະນາມຕໍ່ການກະທຳທີ່ທຳຮ້າຍປະຊາຊົນຜູ້ບໍລິສຸດ, ຮຽກຮ້ອງໃຫ້ຢຸດຍິງ ແລະ ຍຸດຕິການໃຊ້ຄວາມຮຸນແຮງໂດຍໄວ, ຟື້ນຟູການເຈລະຈາສັນຕິພາບບົນພື້ນຖານ “ແຜນການສອງປະເທດ”, ເພີ່ມຄວາມໝັ້ນໃຈໃຫ້ແກ່ປະຊາຊົນສອງຊາດໃນການບັນລຸສັນຕິພາບ. ປະຊາຄົມໂລກຄວນເສີມຂະຫຍາຍບົດບາດຢ່າງແທ້ຈິງ, ປ້ອງກັນບໍ່ໃຫ້ສະຖານະການຮຸນແຮງຂຶ້ນຕື່ມອີກ ແລ້ວເກີດໄພພິບັດທາງດ້ານມະນຸດສະທຳ. ຈີນບໍ່ມີຜົນປະໂຫຍດສ່ວນຕົວໃນບັນຫາປາເລັດສະຕິນ, ຈີນຢືນຢູ່ຂ້າງສັນຕິພາບ, ຄວາມເປັນທຳ ແລະ ຍຸຕິທຳຢ່າງສະເໝີຕົ້ນສະເໝີປາຍ. ຈີນຫວັງຢ່າງຈິງໃຈວ່າ ອິດສະຣາແອນກັບປາເລັດສະຕິນຈະຢູ່ຮ່ວມກັນໂດຍສັນຕິ, ຈີນຍິນດີຮ່ວມກັບປະຊາຄົມໂລກໄກ່ເກ່ຍໃຫ້ສອງຝ່າຍດຳເນີນ ການເຈລະຈາສັນຕິພາບ ແລະ ຟື້ນຟູຄວາມປອງດອງກັນ, ສ້າງເງື່ອນໄຂໃຫ້ແກ່ການບັນລຸສັນຕິພາບ.


ທ່ານຮາປັດໄດ້ແນະນຳຄວາມຄິດເຫັນ ແລະ ຈຸດຢືນຂອງຝ່າຍອິດສະຣາແອນ ທີ່ມີຕໍ່ສະຖານະການລະຫວ່າງອິດສະຣາແອນ-ປາເລັດສະຕິນໃນສະເພາະໜ້ານີ້ ທັງກ່າວວ່າ: ອິດສະຣາແອນຈະສຸມຄວາມສາມາດເພື່ອປົກປ້ອງພົນລະເມືອງຈີນທີ່ຢູ່ໃນແອນອິດສະຣາແອນ.