ໃນຮອບ 30 ປີຜ່ານມາ, ກະສິກຳທົ່ວໂລກໄດ້ປະສົບກັບຜົນເສຍຫາຍຈາກໄພພິບັດມູນຄ່າ 3.800 ຕື້ໂດລາ

2023-10-14 15:04:04 cri

ວັນທີ 13 ຕຸລານີ້ຕາມເວລາທ້ອງຖິ່ນ, ອົງການອາຫານ ແລະ ການກະເສດຂອງອົງການສະຫະປະຊາຊາດ ຫຼື FAO ໄດ້ເປີດເຜີຍບົດລາຍງານສະບັບໜຶ່ງກ່ຽວກັບການປະເມີນຜົນກະທົບຂອງໄພພິບັດທີ່ມີຕໍ່ການຜະລິດດ້ານກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໃນທົ່ວໂລກ ໂດຍລະບຸວ່າ: ໃນຮອບ 30 ປີທີ່ຜ່ານມາ, ເຫດການໄພພິບັດໄດ້ເຮັດໃຫ້ປະລິມານການຜະລິດຂອງພືດພັນທັນຍາຫານ ແລະ ການລ້ຽງສັດປະສົບກັບຜົນເສຍຫາຍມູນຄ່າປະມານ 3.800 ຕື້ໂດລາ.

ອົງການ FAO ແຈ້ງໃຫ້ຮູ້ວ່າ: ບົດລາຍງານສະບັບນີ້ມີຫົວຂໍ້ວ່າ: ຜົນກະທົບຂອງໄພພິບັດທີ່ມີຕໍ່ກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ນີ້ເປັນຄັ້ງທຳອິດທີ່ອົງການ FAO ເຮັດບົດລາຍງານປະເມີນຜົນທົ່ວໂລກຄັ້ງທຳອິດກ່ຽວກັບໄພພິບັດມີຜົນກະທົບແນວໃດຕໍ່ການຜະລິດດ້ານກະສິກຳ. ບົດລາຍງານລະບຸວ່າ: ກະສິກຳໄດ້ຮັບຜົນກະທົບຈາກຄວາມສ່ຽງດ້ານອຸຕຸນິຍົມ, ອຸທົກກະສາດ, ທໍລະນີສາດ, ສິ່ງແວດລ້ອມ ແລະ ຊີວະສາດເປັນຕົ້ນຕໍ, ແຕ່ການປະທະກັນດ້ວຍກຳລັງອາວຸດ, ວັດຖຸເຄມີ ແລະ ຄວາມສ່ຽງທາງສັງຄົມອື່ນໆກໍໄດ້ເປັນໄພຂົ່ມຂູ່ບົ່ມຊ້ອນເຊັ່ນກັນ.