ຈີນສະເໜີຂໍ້ລິເລີ່ມແລະຈຸດຢືນຢູ່ກອງປະຊຸມສະພາສິດທິມະນຸດສປຊ ໄດ້ຮັບປະສິດທິຜົນອັນຕັ້ງໜ້າ

2023-10-14 13:56:56 cri



   ວັນທີ13ຕຸລານີ້, ກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາດຄັ້ງທີ54ໄດ້ອັດລົງແລ້ວຢູ່ນະຄອນເຊີແນວປະເທດສະວິສ. ກອງປະຊຸມຄັ້ງນີ້ຈັດຂຶ້ນລະຫວ່າງວັນທີ11ກັນຍາຫາວັນທີ13ຕຸລານີ້, ທ່ານເສີນຊວີ້ ຜູ້ຕາງໜ້າຖາວອນຂອງຈີນປະຈຳສຳນັກງານອົງການສະຫະປະຊາຊາດທີ່ເຊີແນວແລະອົງການຈັດຕັ້ງສາກົນອື່ນໆຢູ່ປະເທດສະວິສໄດ້ໃຫ້ສຳພາດຕໍ່ນັກຂ່າວໂດຍແຈ້ງໃຫ້ຮູ້ໝາກຜົນຂອງກອງປະຊຸມຄັ້ງນີ້.

ທ່ານເສີນຊວີ້ໃຫ້ຮູ້ວ່າ: ຄະນະຜູ້ແທນຈີນໄດ້ຕັ້ງໜ້າເຂົ້າຮ່ວມການເປິກສາຫາລືຫົວຂໍ້ຕ່າງໆ ໂດຍໄດ້ສະເໜີຂໍ້ລິເລີ່ມແລະຈຸດຢືນຂອງຕົນ ເຊິ່ງໄດ້ຮັບປະສິດທິຜົນອັນຕັ້ງໜ້າ ຄື ໜຶ່ງ: ນຳສະເໜີຜົນງານດ້ານສິດທິມະນຸດຂອງຈີນ. ຈີນໄດ້ບຸກເບີກເສັ້ນທາງການພັດທະນາສິດທິມະນຸດທີ່ໄປຕາມກະແສຂອງຍຸກສະໄໝແລະສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ເຊິ່ງໄດ້ຮັບຄວາມຊົມເຊີຍແລະການຍອມຮັບຈາກປະເທດພວມພັດທະນາອັນມະຫາສານ. ສອງ: ຊຸກຍູ້ການສົນທະນາແລະການຮ່ວມມືກັນ. ຄະນະຜູ້ແທນຈີນໄດ້ຜ່ານຈາກຮູບການຕ່າງໆເຊັ່ນ: ປະກອບຄຳເຫັນຂອງປະເທດຕົນ, ຕາງໜ້າຫຼາຍປະເທດປະກອບຄຳເຫັນ, ເປັນຜູ້ນຳພາການສະເໜີຍັດຕິແລະອື່ນໆ ໂດຍໄດ້ຊຸກຍູ້ໃຫ້ບັນດາຝ່າຍສົ່ງເສີມແລະປົກປ້ອງສິດທິມະນຸດດ້ວຍການສົນທະນາແລະການຮ່ວມມືທີ່ມີລັກສະນະສ້າງສັນ. ສາມ: ປົກປ້ອງຄວາມຍຸຕິທຳແລະຄວາມເປັນທຳ. ຍຶດໝັ້ນປົກປັກຮັກສາກົດບັດສະຫະປະຊາຊາດແລະຫຼັກການພື້ນຖານແຫ່ງການພົວພັນລະຫວ່າງຊາດ, ຄັດຄ້ານການແຊກແຊງວຽກງານພານໃນຂອງປະເທດອື່ນໂດຍຖືສິດທິມະນຸດເປັນຂໍ້ອ້າງ,ຄະນະຜູ້ແທນຈີນໄດ້ປະກອບຄຳເຫັນເພື່ອຄວາມເປັນທຳຫຼາຍຄັ້ງເພື່ອປະເທດພວມພັດທະນາ, ສະໜັບສະໜູນປະເທດພວມພັດທະນາປົກປັກຮັກສາຜົນປະໂຫຍດຂອງຕົນ.