ປະທານາທິບໍດີປາເລັສຕິນປະຕິເສດຄຳຮຽກຮ້ອງຂອງອິດສະຣາແອນກ່ຽວກັບໃຫ້ປະຊາຊົນເຂດກາຊາຍົກຍ້າຍໄປສູ່ພາກໃຕ້

2023-10-14 15:00:16 cri

ວັນທີ 13 ຕຸລານີ້ຕາມເວລາທ້ອງຖິ່ນ, ສຳນັກຂ່າວສານປາເລັສຕິນລາຍງານວ່າ: ໃນເວລາພົບປະກັບທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຢູ່ນະຄອນຫຼວງອຳມານຂອງຊັອກດານີ, ທ່ານມາຮາມຸດ ອາບັສ ປະທານາທິບໍດີປາເລັສຕິນກ່າວຢືນຢັນວ່າ: ຕົນປະຕິເສດຄຳຮຽກຮ້ອງຂອງອິດສະຣາແອນກ່ຽວກັບໃຫ້ປະຊາຊົນປາເລັສຕິນຍົກຍ້າຍໄປສູ່ພາກໃຕ້ຂອງເຂດກາຊາ ໂດຍເຫັນວ່າ: ນີ້ບໍ່ຕ່າງຫຍັງກັບວິນາດສະໄພຄັ້ງໜຶ່ງສຳລັບປະຊາຊົນປາເລັສຕິນ, ພ້ອມທັງຮຽກຮ້ອງໃຫ້ສ້າງຊ່ອງທາງມະນຸດສະທຳສຳລັບປະຊາຊົນເຂດກາຊາຢ່າງຮີບດ່ວນ ແລະ ສະໜອງນ້ຳ, ໄຟຟ້າ, ເຊື້ອໄຟ ແລະ ອຸປະກອນປິ່ນປົວໂດຍໄວ.