ງານວາງສະແດງສັນຈອນ “ການເດີນທາງແຫ່ງອະລິຍະທຳ” ຂອງ CMG ຈັດຂຶ້ນຢູ່ລອນດອນ

2023-10-14 17:21:18 cri

ວັນທີ 12 ຕຸລານີ້ຕາມເວລາທ້ອງຖິ່ນ, ພິທີໄຂງານວາງສະແດງພິເສດທີ່ລອນດອນຂອງງານວາງສະແດງສັນຈອນ “ການເດີນທາງແຫ່ງອະລິຍະທຳ” ທີ່ຈັດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ສະຖານທີ່ເກົ່າຂອງຫໍພິພິທະພັນຜະລິດເງິນຕາຫຼຽນລາຊະການລອນດອນ ໂດຍມີຜູ້ຕາງໜ້າສະຖານທູດຈີນປະຈຳອັງກິດ, ທູຕານຸທູດຂອງຫຼາຍປະເທດປະຈຳອັງກິດ, ຜູ້ຊ່ຽວຊານ ແລະ ນັກວິຊາການທີ່ມີຊື່ສຽງຂອງອັງກິດ ແລະ ນັກສຶກສາໄວໜຸ່ມ 80 ກວ່າທ່ານໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານເຊີ້ງໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄຳປາໄສຜ່ານທາງວີດີໂອ ໂດຍກ່າວວ່າ: ສັງຄົມມະນຸດໄດ້ເຂົ້າສູ່ສະພາບການປ່ຽນແປງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີຜ່ານມາ, ເມື່ອປະເຊີນໜ້າກັບຄຳຖາມຈາກໂລກ, ປະຫວັດສາດ ແລະ ຍຸກສະໄໝ, ພາຍໃຕ້ການຊີ້ນຳນຳພາຂອງແຜນວາດອັນຍິ່ງໃຫຍ່ຂອງຂໍ້ລິເລີ່ມອະລິຍະທຳທົ່ວໂລກຂອງທ່ານປະທານສີຈິ້ນຜິງ, ປະຊາຊົນຈີນກຳລັງພະຍາຍາມສ້າງອະລິຍະທຳທັນສະໄໝຂອງຊາດຈີນ ແລະ ຊຸກຍູູ້ຄວາມກ້າວໜ້າໃໝ່ຂອງການພັດທະນາອະລິຍະທຳຂອງມວນມະນຸດ. CMG ຈະຍຶດໝັ້ນພາລະກຳຂອງສື່ມວນຊົນ, ປະດິດສ້າງໃໝ່ໃນດ້ານການເຜີຍແຜ່ອະລິຍະທຳຂອງຊາດຈີນ, ປະກອບສະຕິປັນຍາ ແລະ ກຳລັງແຮງຂອງຕົນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.