ຈີນຮຽກຮ້ອງໃຫ້ປາເລັສຕິນກັບອິສຣາແອນຈົ່ງຢຸດຍິງໂດຍໄວ ເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດດ້ານມະນຸດສະທຳໜັກໜ່ວງກວ່າເກົ່າ

2023-10-14 15:20:02 cri


ວັນທີ 13 ຕຸລານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ດຳເນີນການເປິກສາຫາລືດ່ວນກ່ຽວກັບສະຖານະການລະຫວ່າງ ປາເລັສຕິນກັບອິສຣາແອນ. ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ໄດ້ຊີ້ແຈງຈຸດຢືນຂອງຈີນ ໂດຍແນໃສ່ສະຖານະການປາເລັສຕິນແລະອິສຣາແອນທີ່ຂ້ຽວຂາດໃນປັດຈຸບັນ.


ທ່ານຈ່າງຈຸ່ນ ກ່າວວ່າ: ການປະທະກັນຮອບໃໝ່ລະຫວ່າງ ປາເລັສຕິນກັບອິດສາຣາແອນ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ ແລະພາໃຫ້ເກີດວິກິດການດ້ານມະນຸດສະທຳ. ຈີນກ່າວປະນາມຕໍ່ການກໍ່ການຮ້າຍແລະການຫຼອນໂຈມຕີຕໍ່ປະຊາຊົນທຸກຢ່າງ ແລະຄັດຄ້ານການກະທຳທີ່ລະເມີດກົດໝາຍສາກົນທຸກຮູບແບບ. ຈີນຮຽກຮ້ອງອີກຄັ້ງໜຶ່ງໃຫ້ທຸກຝ່າຍຈົ່ງຮັກສາຄວາມອົດກັ້ນຢ່າງສຸດຂີດແລະບັນລຸການຢຸດຍິງໂດຍໄວເທົ່າທີ່ຈະໄວໄດ້, ເພື່ອປ້ອງກັນບໍ່ໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມ, ປ້ອງກັນບໍ່ໃຫ້ສົງຄາມແຜ່ຂະຫຍາຍອອກໄປຕື່ມອີກ, ແລ້ວສົ່ງຜົນກະທົບຮ້າຍແຮງກວ່າເກົ່າຕໍ່ຄວາມໝັ້ນຄົງຂອງພາກພື້ນແລະສາກົນ.


ທ່ານຈ່າງຈຸ່ນ ຊີ້ອອກວ່າ, ສຳລັບການແກ້ໄຂບັນຫາປາເລັສຕິນກັບອິສຣາແອນ, ທາງອອກພື້ນຖານແມ່ນການຟື້ນຟູການເຈລະຈາສັນຕິພາບທີ່ແທ້ຈິງໂດຍໄວ, ເຮັດໃຫ້ປາເລັສຕິນບັນລຸສິດຊອບທຳຂອງຊາດ, ບັນລຸການຢູ່ຮ່ວມກັນໂດຍສັນຕິລະຫວ່າງສອງປະເທດ ປາເລັສຕິນ ກັບອິດສາຣາແອນ. ໃນຂະນະທີ່ດຳເນີນການຄຸ້ມຄອງ ແລະ ຄວບຄຸມວິກິດການ, ປະຊາຄົມໂລກຕ້ອງຍຶດໝັ້ນທິດທາງພື້ນຖານຂອງ "ແຜນການສອງປະເທດ", ຊຸກຍູ້ການສ້າງຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງກວ່າເກົ່າ, ສ້າງຕາຕະລາງເວລາ ແລະ ແຜນການດຳເນີນງານເພື່ອບັນລຸເປົ້າໝາຍດັ່ງກ່າວ.