ເປີດບໍລິການຮັບ-ສົ່ງນັກກິລາຂອງງານກິລາເອຊຽນເກມຄົນພິການຫາງໂຈ່ວ

2023-10-14 15:31:59 cri


    ວັນທີ 14 ຕຸລານີ້ແມ່ນມື້ທຳອິດທີ່ເປີດບໍລິການຮັບ-ສົ່ງນັກກິລາຂອງງານກິລາເອຊຽນເກມຄົນພິການຄັ້ງທີ 4 ທີ່ນະຄອນຫາງໂຈ່ວ ສປ ຈີນ, ນັກກິລາ ແລະ ເຈົ້າໜ້າທີ່ທີ່ເຂົ້າຮ່ວມງານກິລາເອຊຽນເກມຄົນພິການຄັ້ງນີ້ໄດ້ເດີນທາງມາຮອດສະໜາມບິນສາກົນຊ່ຽວສ່ານນະຄອນຫາງໂຈ່ວຕາມລຳດັບນັບແຕ່ມື້ນີ້ເປັນຕົ້ນໄປ ແລະ ຈະເຂົ້າເມືອງຜ່ານຊ່ອງທາງສະເພາະ.

    ມື້ນີ້, ໃນຖານະເປັນດ່ານເຂົ້າ-ອອກທາງການສະເພາະ, ສະໜາມບິນສາກົນຊ່ຽວສ່ານນະຄອນຫາງໂຈວ່ໄດ້ຮັບຕ້ອນນັກກິລາຄົນພິການ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງງານທີ່ມາຈາກ 10 ກວ່າປະເທດ ແລະ ເຂດແຄວ້ນ ເຊັ່ນ: ຟີລິບປິນ, ອິນເດຍ, ສະຫະລັດອາຣັບເອມີເຣດ, ກາຊັກສະຖານ, ກຽກກິດສະຖານ ແລະ ອື່ນໆ.


    ການບໍລິການຮັບ-ສົ່ງນັກກິລາຂອງງານກິລາເອຊຽນເກມຄົນພິການຄັ້ງນີ້ຈະດຳເນີນໄປຈົນຮອດວັນທີ 30 ຕຸລານີ້, ຄາດວ່າຈະຂົນສົ່ງນັກກິລາຄົນພິການ ແລະ ເຂົ້າໜ້າທີ່ຈຳນວນ 9.300 ກວ່າເທື່ອຄົນ, ໃຫ້ບໍລິການເພື່ອຮັບປະກັນຖ້ຽວບິນເຂົ້າ-ອອກສະໜາມບິນຫຼາຍກວ່າ 900 ເທື່ອລຳ.