ຄະນະນຳຂອງພັກກຳອຳນາດຂອງ ສ ເກົາຫຼີຕັດສິນໃຈລາອອກຈາກຕຳແໜ່ງ

2023-10-15 15:35:29 CRI

ວັນທີ 14 ຕຸລານີ້, ຫົວໜ້າໂຄສົກພັກພະລັງປະຊາຊົນ ເຊິ່ງພັກກຳອຳນາດຂອງ ສ ເກົາຫຼີໄດ້ອອກແຈ້ງການທາງລາຍລັກອັກສອນວ່າ: ຄະນະນຳຂອງພັກຕົນຕັດສິນໃຈລາອອກຈາກຕຳແໜ່ງ.


ແຈ້ງການທີ່ເປັນລາຍລັກອັກສອນລະບຸວ່າ: ເພື່ອຄວາມໝັ້ນທ່ຽງ ແລະ ການພັດທະນາທີ່ດີກວ່າເກົ່າຂອງພັກ, ຄະນະນຳຂອງພັກຈະລາອອກຈາກຕຳແໜ່ງທັງໝົດ”. ແຈ້ງການບໍ່ໄດ້ເປີດ ເຜີຍບັນຊີລາຍຊື່ຂອງຜູ້ທີ່ລາອອກຈາກຕຳແໜ່ງ.


ກ່ອນໜ້ານີ້, ພັກພະລັງປະຊາຊົນໄດ້ເສຍໃຫ້ພັກປະຊາທິປະໄຕຮ່ວມກັນ ເຊິ່ງເປັນພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດ ໃນການເລືອກຕັ້ງເພີ່ມລະດັບທ້ອງຖິ່ນຂອງເຂດກາງເຊວ ນະຄອນຫຼວງເຊອຸນ. ສື່ມວນຊົນ ສ ເກົາຫຼີ ຖືເອົາການເລືອກຕັ້ງເພີ່ມເທື່ອນີ້ເປັນເຂັມຊີ້ທິດຂອງການເລືອກຕັ້ງລັດຖະສະພາ ສ ເກົາຫຼີປີ 2024.


ຂ່າວຍັງລາຍງານຕື່ມວ່າ: ພັກພະລັງປະຊາຊົນຈະໄຂກອງປະຊຸມສະມາຊິກສະພາໃນວັນທີ 15 ຕຸລານີ້ ເພື່ອຮັບຟັງຄຳເຫັນຂອງສະມາຊິກພັກ.