ທ່ານຫວາງຢີ້ສົນທະນາທາງໂທລະສັບກັບລັດຖະມົນຕີການຕ່າງປະເທດອາເມຣິກາ

2023-10-15 11:30:42 cri

    ວັນທີ 14 ຕຸລາ 2023, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ຕາມການນັດຂອງຝ່າຍອາເມຣິກາ.

    ທ່ານອັນໂຕນີ ບລິນເກນໄດ້ແນະນຳສະພາບການເຂດຕາເວັນອອກກາງທີ່ຕົນພວມຢູ່ຢ້ຽມຢາມ ແລະ ຫຼັກໝັ້ນຂອງອາເມຣິກາກ່ຽວກັບການປະທະກັນທີ່ເກີດຂຶ້ນລະຫວ່າງປາເລັສຕິນກັບອິສຣາແອນໃນປັດຈຸບັນ.

    ທ່ານຫວາງຢີ້ ກ່າວວ່າ: ຈີນຄັດຄ້ານການກະທຳທຸກຢ່າງທີ່ທຳຮ້າຍປະຊາຊົນ ແລະ ກ່າວປະນາມການກະທຳທີ່ລະເມີດກົດໝາຍສາກົນທຸກຮູບແບບ. ວຽກງານຮີບດ່ວນທີ່ສຸດໃນປັດຈຸບັນແມ່ນຢຸດຍິງ ແລະ ຫຼຸດຄວາມຮຸນແຮງໂດຍໄວ, ຫຼີກເວັ້ນບໍ່ໃຫ້ວິກິດການທາງດ້ານມະນຸດສະທຳໜັກໜ່ວງກວ່າເກົ່າຕື່ມອີກ; ທາງອອກພື້ນຖານທີ່ແກ້ໄຂບັນຫາປາເລັສຕິນແມ່ນປະຕິບັດ “ແຜນການສອງປະເທດ”, ສ້າງຕັ້ງປະເທດປາເລັສຕິນທີ່ເປັນເອກະລາດ, ບັນລຸໃຫ້ປາເລັສຕິນ ແລະ ອິສຣາແອນຢູ່ຮ່ວມກັນໂດຍສັນຕິ. ຈີນຮຽກຮ້ອງໃຫ້ຈັດກອງປະຊຸມສັນຕິພາບສາກົນໂດຍໄວ, ຊຸກຍູ້ໃຫ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ. ອາເມຣິກາຄວນເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນຢ່າງແທ້ຈິງ, ຊຸກຍູ້ໃຫ້ບັນຫາກັບຄືນສູ່ເສັ້ນທາງທີ່ແກ້ໄຂໂດຍຜ່ານຊ່ອງທາງການເມືອງໂດຍໄວ.

    ທ່ານອັນໂຕນີ ບລິນເກນ ກ່າວວ່າ: ອາເມຣິກາສະໜັບສະໜູນແກ້ໄຂບັນຫາປາເລັສຕິນກັບອິສຣາແອນດ້ວຍ “ແຜນການສອງປະເທດ”, ສະໜັບສະໜູນອົງການສະຫະປະຊາຊາດເສີມຂະຫຍາຍບົດບາດໃນການຜ່ອນຄາຍສະຖານະການ ແລະ ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ; ອາເມຣິກາຍິດີເພີ່ມທະວີການແລກປ່ຽນ ແລະ ການປະສານສົມທົບກັບປະເທດຈີນ.

    ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນໂດຍຫຍໍ້ກ່ຽວກັບການພົວພັນລະຫວ່າງຈີນກັບອາເມຣິກາ.