ອາຣັບບີຊາອຸດິດໂຈະການເຈລະຈາກັບອິສຣາແອນກ່ຽວກັບການຫັນການພົວພັນທາງການທູດລະຫວ່າງສອງປະເທດເປັນປົກກະຕິ

2023-10-15 15:19:02 cri

ວັນທີ 14 ຕຸລານີ້ຕາມເວລາທ້ອງຖິ່ນ, ຂ່າວສານອາເອັຟເປຂອງຝຣັ່ງໄດ້ ອ້າງຕາມຄຳເວົ້າຂອງຜູ້ສັນທັດກໍລະນີ ໂດຍລາຍງານວ່າ: ອາຣັບບີຊາອຸດິດໄດ້ໂຈະການເຈລະຈາກັບອິສຣາແອນກ່ຽວກັບການຫັນການພົວພັນທາງການທູດລະຫວ່າງສອງປະເທດເປັນປົກກະຕິ ທີ່ຊຸກຍູ້ໂດຍອາເມຣິກາ ຍ້ອນສະຖານະການປາເລັສຕິນກັບອິສຣາແອນໃນປັດຈຸບັນ. ຂ່າວສານດີພີເອຂອງເຢຍລະມັນກໍໄດ້ລາຍງານຂ່າວດັ່ງກ່າວ ໂດຍອ້າງຕາມບຸກຄົນວົງການການທູດຂອງອາຣັບບີຊາອຸດິດຫຼາຍທ່ານເຊັ່ນກັນ.

ພາຍຫຼັງເກີດການປະທະກັນຂະໜາດໃຫຍ່ຮອບຫຼ້າສຸດລະຫວ່າງປາເລັສຕິນກັບອິສຣາແອນແລ້ວ, ອາຣັບບີຊາອຸດິດໄດ້ຮຽກຮ້ອງໃຫ້ສອງຝ່າຍປາເລັສຕິນແລະອິສຣາແອນຈົ່ງຮັກສາຄວາມອົດກັ້ນໄວ້, ບັນລຸການຢຸດຍິງໃນທັນທີ ແລະ ປົກປ້ອງປະຊາຊົນ. ວັນທີ 14 ຕຸລານີ້, ກະຊວງການຕ່າງປະເທດອາຣັບບີຊາອຸດິດກ່າວວ່າ: ເດັດດ່ຽວຄັດຄ້ານການບັງຄັບໃຫ້ປະຊາຊົນເຂດກາຊາຍົກຍ້າຍຖິ່ນຖານ. ໃນຂະນະດຽວກັນ, ກະຊວງການຕ່າງປະເທດອາຣັບບີຊາອຸດິດກໍຮຽກຮ້ອງໃຫ້ຍົກເລີກການປິດລອບເຂດກາຊາ.