ຈຳນວຍຜູ້ເສຍຊີວິດຈາກການປະທະກັນຮອບໃໝ່ລະຫວ່າງປາເລັສຕິນກັບອິສຣາແອນມີຫຼາຍກວ່າ 3.500 ຄົນ

2023-10-15 11:29:47 cri

    ອີງຕາມຕົວເລກສະຖິຕິທີ່ພາກສ່ວນສາທາລະນະສຸກປາເລັສຕິນເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດເວລາ 11 ໂມງ 55 ນາທີຂອງວັນທີ 14 ຕຸລານີ້ຕາມເວລາທ້ອງຖິ່ນ, ພາຍຫຼັງປາເລັສຕິນກັບອິສຣາແອນເກີດການປະທະກັນຮອບໃໝ່ເປັນຕົ້ນມາ, ເຂດກາຊາມີຜູ້ເສຍຊີວິດເຖິງ 2.215 ຄົນ ແລະ ບາດເຈັບ 8.714 ຄົນ. ໃນນັ້ນຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນເສຍຊີວິດ 54 ຄົນ ແລະ ບາດເຈັບ 1.100 ກວ່າຄົນ.

    ນອກນີ້, ໜັງສືພິມ “ເຢຣູຊາເລັມພົສ” ສະບັບວັນທີ 13 ລາຍງານວ່າ: ຕົວເລກຂໍ້ມູນຈາກພາກສ່ວນສາທາລະນະສຸກອິສຣາແອນສະແດງໃຫ້ເຫັນວ່າ, ພາຍຫຼັງເກີດການປະທະກັນຮອບນີ້ເປັນຕົ້ນມາ, ຝ່າຍອິສຣາແອນມີຜູ້ເສຍຊີວິດຫຼາຍກວ່າ 1.300 ຄົນ, ຢ່າງໜ້ອຍບາດເຈັບ 3.484 ຄົນ.

    ການປະທະກັນຮອບນີ້ທີ່ເກີດຂຶ້ນລະຫວ່າງປາເລັສຕິນກັບອິສຣາແອນໄດ້ເຮັດໃຫ້ສອງຝ່າຍມີຜູ້ເສຍຊີວິດຫຼາຍກວ່າ 3.500 ແລ້ວ.