ເອຢິບຍິນດີເປັນເຈົ້າພາບຈັດກອງປະຊຸມສຸດຍອດກ່ຽວກັບການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນແລະອິດສະຣາແອນ

2023-10-16 11:56:43 CRI

 

   ທ່ານ ອັບເດວ ຟາຕາ ອານ ຊີຊີ ປະທານາທິບໍດີເອຢິບໄດ້ຢືນຢັນເມື່ອວັນທີ 15 ຕຸລານີ້ວ່າ: ເອຢິບຍິນດີເປັນເຈົ້າພາບຈັດກອງປະຊຸມສຸດຍອດລະດັບພາກພື້ນ ແລະ ສາກົນກ່ຽວກັບການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນເພື່ອເປິກສາຫາລືກ່ຽວກັບບັນຫາປາແລັດສະຕິນ.


   ອີງຕາມຖະແຫຼງການທີ່ທໍານຽບປະທານາທິບໍດີເອຢິບເປີດເຜີຍໃຫ້ຮູ້ວ່າ: ທ່ານ ຊີຊີ ໄດ້ຢືນຢັນພາຍຫຼັງອັດກອງປະຊຸມຄວາມໝັ້ນຄົງແຫ່ງຊາດໃນມື້ດຽວກັນວ່າ: ນອກຈາກ “ແຜນການສອງປະເທດ” ແລ້ວ, ການແກ້ໄຂບັນຫາປາແລັດສະຕິນແມ່ນບໍ່ມີວິທີແກ້ໄຂໃນຊ່ອງທາງອື່ນ. ນອກນີ້, ເອຢິບຍັງຄັດຄ້ານນະໂຍບາຍຂອງອິດສະຣາແອນທີ່ບັງຄັບໃຫ້ປະຊາຊົນປາແລັດສະຕິນສູນເສຍທີ່ຢູ່ອາໄສ, ກໍຄື “ເຈດຕະນາໃດໆທີ່ຫວັງຢາກແກ້ໄຂບັນຫາປາແລັດສະຕິນໂດຍຖືເອົາການເສຍສະຫຼະຂອງປະເທດໃກ້ຄຽງເປັນຄ່າຕອບແທນ”.