ເຄື່ອງຊ່ວຍເຫຼືອອັຟການິດສະຖານຕ້ານໄພແຜ່ນດິນໄຫວຊຸດທຳອິດຂອງຈີນໄດ້ຂົນສົ່ງໄປເຖິງອັຟການິດສະຖານ

2023-10-16 16:27:42 cri


ຕອນເຊົ້າວັນທີ 15 ຕຸລານີ້, ເຄື່ອງຊ່ວຍເຫຼືອອັຟການິດສະຖານຕ້ານໄພແຜ່ນດິນໄຫວດ້ານມະນຸດສະທຳຊຸດທຳອິດຂອງລັດຖະບານຈີນໄດ້ຂົນສົ່ງໄຟເຖິງນະຄອນເຮຣາດແຂວງເຮຣາດຂອງອັຟການິດສະຖານແລ້ວ. ເຄື່ອງຊ່ວຍເຫຼືອດັ່ງກ່າວຕົ້ນຕໍແມ່ນຕູບຜ້າເຕັ້ນແລະຕຽງພັບ, ນອກນີ້, ເຄື່ອງຊ່ວຍເຫຼືອອື່ນໆຈະຂົນສົ່ງໄປເຖິງອັຟການິດສະຖານຕາມລຳດັບ.

ນັບແຕ່ວັນທີ 7 ຕຸລານີ້ເປັນຕົ້ນມາ, ຢູ່ແຂວງເຮຣາດຂອງອັຟການິດສະຖານໄດ້ເກີດແຜ່ນດິນໄຫວຮຸນແຮງຫຼາຍຄັ້ງລຽນຕິດ, ເຮັດໃຫ້ປະຊາຊົນເສຍຊີວິດແລະບາດເຈັບ ທັງເສຍຫາຍດ້ານຊັບສິນຢ່າງຫຼວງຫຼາຍ. ເພື່ອຊ່ວຍເຫຼືອຜູ້ປະສົບໄພອັຟການິດສະຖານຜ່ານຜ່າຄວາມຫຍຸ້ງຍາກ, ລັດຖະບານຈີນຈິ່ງຕົກລົງໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນມີມູນຄ່າເຖິງ 30 ລ້ານຢວນ.