ຢູ່ບ່ອນລີ້ໄພເຂດກາຊາໄດ້ຮັບຊາວປາແລັດສະຕິນຢ່າງໜ້ອຍ 4 ແສນຄົນ

2023-10-16 16:08:58 cri

ຕອນຄ່ຳວັນທີ 15 ຕຸລານີ້ຕາມເວລາທ້ອງຖິ່ນ, ສຳນັກງານຊ່ວຍເຫຼືອແລະກິດຈະ ການຊາວອົບພະຍົບປາແລັສຕິນຕາເວັນອອກໃກ້ຂອງອົງການສະຫະປະຊາຊາດຢືນຢັນວ່າ: ປັດຈຸບັນ, ໂຮງຮຽນທີ່ສຳນັກງານດັ່ງກ່າວນຳໃຊ້ຢູ່ເຂດກາຊາ ແລະ ບ່ອນລີ້ໄພອື່ນໆຢ່າງໜ້ອຍໄດ້ຮັບຊາວປາແລັດສະຕິນ 4 ແສນຄົນ. ນອກນີ້, ນັບແຕ່ເກີດການປະທະກັນຮອບໃໝ່ລະຫວ່າງປາແລັດສະຕິນ-ອິດສະຣາແອນເປັນຕົ້ນມາ, ສຳນັກງານດັ່ງກ່າວມີພະນັກງານເສຍຊີວິດ 14 ຄົນ.